ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - EAEU

(VOVWORLD) - ຕອນບ່າຍວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Bakytzhan Sagintayev, ປະທານສະພາ ຄະນະກຳມະການ ເສດຖະກິດ ອາຊີ - ເອີລົບ.


ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - EAEU - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Bakytzhan Sagintayev, ປະທານສະພາ ຄະນະກຳມະການ ເສດຖະກິດ ອາຊີ - ເອີລົບ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າຕ້ອງສືບຕໍ່ຊຸກຍູ້ການພົວພັນ ຫວຽດນາມ - EAEU ກັບບັນດາສັນຍາ, ໂຄງການຮ່ວມມືລະອຽດ, ຂຸດຄົ້ນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ EAEU ໃຫ້ດີກວ່າອີກ, ເປີດປະຕູຕະຫຼາດຫຼາຍກວ່າ, ຊຸກຍູ້ການຄ້າ, ການລົງທຶນ, ເສີມຂະຫຍາຍບັນດາທ່າແຮງເພີ່ມເຕີມເຊິ່ງກັນແລະກັນ.

ສ່ວນທ່ານປະທານສະພາ EAEU ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນສອງຝ່າຍ ຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາຢ່າງແຮງ ແລະ ໃຫ້ຮູ້ວ່າທຸກສະມາຊິກລ້ວນແຕ່ຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ, ຢັ້ງຢືນການພົວພັນ ຫວຽດນາມ - ກາຊັກສະຖານ ມີແງ່ຫວັງພັດທນະທີ່ດີງາມຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ