ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນປະທານໂຮ່ຈິມິນ

ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນປະທານໂຮ່ຈິມິນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 16/5 ຈະ​ມາ​ເຖິງ, ຄະນະ​ເລຂາ​ທິການ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ ຈະ​ຈັດ​ຕັ້ງ​ກອງ​ປະຊຸມທົ່ວ​ປະ​ເທດ​ຜ່ານ​ເຄືອ​ຂ່າຍ ອິນ​ເຕີ​ແນ​ດ, ​ເພື່ອ​ສະຫຼຸບ 5 ປີ​​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງ, ຊຸດ​ທີ 11 ກ່ຽວ​ກັບ “ສືບ​ຕໍ່​ຍູ້​ແຮງການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າງຄຸນສົມບັດປະທານ​ໂຮ່ຈິ​ມິນ”. ​ໃນ 5 ປີຜ່ານມາ, ​ເລື່ອງ ປະຕິບັດ​ຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງສາມາດ​ບັນລຸ​ໄດ້​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ທີ່​ສຳຄັນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“ ​ແລະ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ຢ່າງ​ມີ​ໄຊ. ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າງຄຸນສົມບັດປະທານ​ໂຮ່ຈິ​ມິນ ​ໄດ້​ກາຍ​ເປັນ​ວຽກ​ງານ​ປະຈຳ​ຂອງ​ຫຼາຍ​ໝູ່​ຄະນະ, ສ່ວນ​ບຸກຄົນ, ປະກອບສ່ວນ​ເພີ່ມ​ອັນ​ທີ່​ດີ​ຂຶ້ນ​ຕື່​ມ ​ແລະ ຍູ້ອັນ​ຊົ່ວ​ຮ້າຍ​ໃຫ້​ຖອຍ​ໄປ; ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ທ້ອງ​ຖີ່​ນ, ອົງການ, ຫົວໜ່ວຍ​ເປັນ​ຢ່າງ​ດີ. ​ໃນ​ທົ່ວ​ປະ​ເທດ​ໄດ້​ປະກົດ​ມີ​ຫຼາຍ​ແບບຢ່າງ​ພະນັກງານ, ສະມາຊິກ​ພັກ​ທີ່​ດີ​ເດັ່ນ, ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ມີ​ການ​ປ່ຽນ​ແປງ​ແບບ​ແຜນການ​ເຮັດ​ວຽກ, ​ໃກ້ຊິດຕິດ​ແທດ​ກັບ​ສະພາບ​ຕົວ​ຈິງ, ຍົກ​ສູງ​ສະຕິ​ຮັບ​ໃຊ້​ປະຊາຊົນ, ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ປະຊາຊົນ, ປະກອບສ່ວນ​ປັບ​ປຸງ​ຄວາມ​ເຊື່ອງໝັ້ນ​ຂອງ​ປະຊາຊົນ​ຕໍ່​ພັກ ​ແລະ ລັດ.ກອງ​ປະຊຸມ​ຈະ​ຕີ​ລາຄາ​ຜົນງານ, ສິ່ງ​ຈຳກັດ, ສາຍ​ເຫດ ​ແລະ ບັນດາ​ບົດຮຽນ​ທີ່​ຖອດ​ຖອນ​ມາ​ໄດ້​ພາຍຫຼັງ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຄຳ​ສັ່ງ 03; ກຳນົດ​ໜ້າ​ທີ່, ມາດ​ຕະການ​ຈຸດ​ສຸມ, ສືບ​ຕໍ່​ຍູ້​ແຮງການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າງຄຸນສົມບັດປະທານ​ ໂຮ່ຈິ​ມິນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ