ສືບຕໍ່ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14

(VOVWORLD) - ຕອນເຊົ້າວັນທີ 12 ມິຖຸນາ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດໄດ້ດຳເນີນວຽກງານບຸກຄະລາກອນ, ໃຫ້ສັດຕະຍາບັນບັນຊີລາຍຊື່ຮອງປະທານ ແລະ ກຳມະການສະພາເລືອກຕັ້ງແຫ່ງຊາດ, ເລືອກຕັ້ງກຳມະການຄະນະປະຈຳສະພາແຫ່ງຊາດ; ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງມະຕິວ່າດ້ວຍບາງກົນໄກ, ນະໂຍບາຍການເງິນ - ງົບປະມານພິເສດສະເພາະສຳລັບນະຄອນຫລວງ ຮ່າໂນ້ຍ.
ສືບຕໍ່ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14  - ảnh 1 (ພາບປະກອບ/quochoi.vn)

        ເມື່ອປຶກສາຫາລືກ່ຽວກັບຮ່າງມະຕິວ່າດ້ວຍບາງກົນໄກ, ນະໂຍບາຍການເງິນ - ງົບປະມານພິເສດສະເພາະສຳລັບນະຄອນຫລວງ ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບຄວາມຈຳເປັນ ໃນການປະກາດໃຊ້ມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍການເງິນ - ງົບປະມານພິເສດສະເພາະສຳລັບນະຄອນຫລວງ ຮ່າໂນ້ຍ, ເພື່ອແນໃສ່ປະກອບສ່ວນເພີ່ມທະວີແຫຼ່ງກຳລັງ, ສິດເປັນເຈົ້າການໃນການຕັດສິນ, ນຳໃຊ້ງົບປະມານ ເພື່ອໃຫ້ການປະຕິບັດບັນລຸໄດ້ໝາກຜົນສູງສຸດ.        ສະຫລຸບກອງປະຊຸມປຶກສາຫາລື, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟູງກວັກຫຽນ ເນັ້ນໜັກວ່າ:

        “ບັນດາຄຳເຫັນທີ່ສະເໜີໃຫ້ປັບປຸງກົດໝາຍວ່າດ້ວຍນະຄອນຫລວງໂດຍໄວ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່. ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນ ແລະ ສ່ອງແສງຢ່າງຄົບຖ້ວນ. ຄະນະປະຈຳສະພາແຫ່ງຊາດ ຈະຮັບເອົາຄຳເຫັນປະກອບຂອງບັນດາສະມາຊິກສະພາແຫ່ງຊາດຢູ່ຫໍປະຊຸມໃນມື້ນີ້ຢ່າງເຂັ້ມງວດ ກໍ່ຄືຄຳເຫັນທີ່ປຶກສາຫາລືຢູ່ຕາມໜ່ວຍ ຈາກນັ້ນ ກໍ່ປັບປຸງມະຕິໃຫ້ສົມບູນແລ້ວຍື່ນຕໍ່ສະພາແຫ່ງຊາດຮັບຮອງເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ