ສືບຕໍ່ບັນດາການເຄື່ອນໄຫວອາໄລຫາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ຝລັ່ງ

ສືບຕໍ່ບັນດາການເຄື່ອນໄຫວອາໄລຫາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ຝລັ່ງ - ảnh 1
ສືບຕໍ່ບັນດາການເຄື່ອນໄຫວອາໄລຫາຜູ້ປະສົບເຄາະຮ້າຍ
ໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ຝລັ່ງ
(ພາບ​ປະ​ກອບ: nhandan)

(vovworld) –​ ວັນ​ທີ 10/01, ມີ​ປະ​ຊາ​ຊົນ​​ປາ​ຣີ ແລະ ບັນ​ດາ​ເຂດ​ໃກ້​ຄຽງ​ຂອງ​ຝ​ລັ່ງ ນັບ​ໝື່ນ​ຄົນ ໄດ້​ເຕົ້າ​ໂຮມ​​ກັນຢູ່​ສະ​ໜາມ​ຫຼວງ​ສາ​ທາ​ລະ​ນະ ເພື່ອ​ອາ​ໄລ​ຫາ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ​້າຍ​ໃນເຫ​ດ​ຄາດ​ຕະ​ກຳ​ຢູ່​ສຳ​ນັກ​ງານ​ໜັງ​ສື​ພິມ Charlie Hebdo ແລະ ບຸກ​ໂຈ​ມ​ຕ​ີ​ຮ້ານ​ຊັບ​ພະ​ສິນ​ຄ້າ​ຂອງ​ຊາວ​ຢິວ ກ່ອນນີ້ 1 ປີ. ເຫດ​ການກໍ່​ແມ່ນ​ຂີດ​ໝາຍ​ 1 ປີ​ຂອງ​ການ​ແຫ່​ຂະ​ບວນ​ປະ​ຫວັດ​ສາດ​ຂອງ​ປະ​ຊາ​ຊົນ​ 1 ລ້ານ​ຄົນ ແລະ ປະ​ມຸກ​​ລັດ 50 ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ບັນ​ດາ​ການ​ນຳ​ຂັ້ນ​ສູງ​ທີ່​ມາ​ຈາກ​ທຸກ​ປະ​ເທດ​ໃນ​ໂລ​ກຢູ່​ປາ​ຣີ, ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມັກ​ຄ​ີ ແລະ ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະ​ເທດ​ຝ​ລັ່ງ ໃນ​ການ​ບຸກ​ໂຈ​ມ​ຕີ​ຕ້ານກໍ່​ການ​ຮ້າຍ. ຜູ້​ເຂົ້າ​ຮ່ວມ​ໄດ້​ສະ​ຫງວນ​ເວ​ລາ 1 ນາ​ທີ​ເພື່ອ​ກົ້ນ​ຫົວ​ໄວ້ອາ​ໄລ​ຫາ​ບັນ​ດາ​ຜູ້​ປະ​ສົບ​ເຄ​າະ​ຮ້າຍ. ໃນ​ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ເ​ຫດ​ການ​ຄັ້ງ​ນີ້​ມີ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande. ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ຫຼວງ​ສາ​ທາ​ລະ​ນະ, ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ ໄດ້​ໄ​ປ​ຢ້ຽ​ມ​ຢາມ​ໂບດ​ໃຫຍ່​ຂອງ​ຊາວ​ມຸດ​ສະ​ລິມ ​ຢູ່​ນະ​ຄອນ​ຫຼວງ​ປາ​ຣີ.

ຂ່າວ/ບົດ​ອື່ນ