ສືບຕໍ່ປ່ຽນໃໝ່,ຍົກສູງຄຸນນະພາບ,ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່

ສືບຕໍ່ປ່ຽນໃໝ່,ຍົກສູງຄຸນນະພາບ,ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່ - ảnh 1
​ທ່ານ ຫງວຽນ​ທ້ຽນ​ເຍີນ  ເຂົ້າຮ່ວມພິທີ​ສະ​ເຫຼີ​ມສະຫຼອງ 5 ປີ​ແຫ່ງ​ວັນ
​ສ້າງ​ຕັ້ງໂທລະພາບ​ຂອງ​ສຳນັກ​ຂ່າວສານ ຫວຽດນາມ


(vovworld) – ​ ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ​ປະສິດທິ​ຜົນ​ໃນ​ວຽກ​ງານ​ໂຄສະນາ​ເຜີຍ​​ແຜ່. ​ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮ​ມປະ​ເທດ​ຊາດ ຫວຽດນາມ ​​ໄດ້ເນັ້ນ​ໜັກ​ຄື​ດັ່ງກ່າວ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 5 ປີ​ແຫ່ງ​ວັນ​ສ້າງ​ຕັ້ງໂທລະພາບ​ຂອງ​ສຳນັກ​ຂ່າວສານ ຫວຽດນາມ (25/8/2010 – 25/8/2015). ທ່ານ ຫງວຽນ​ທ້ຽນ​ເຍີນ ​ເຫັນ​ດີຕໍ່ທິດ​ນຳ​ຂອງ​ໂທລະພາບ​ສຳນັກ​ຂ່າວສານ​ແມ່ນ ຊັດ​ເຈນ, ທັນ​ການ, ທຸກ​​ແຫ່ງ, ທຸກ​​ເວລາ, ​ໃນ​ນັ້ນ ຕ້ອງ​ຖືປັດ​ໃຈ​ວັດທະນະທຳ​ມະນຸດ​​ເປັນ​ສຳຄັນ ​ເພື່ອ​ຮັບ​ໃຊ້​ປະຊາຊົນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງ​ການ​ພັດທະນາ​ຂອງປະ​ເທດ​ຊາດ. ທ່ານ ຫງວຽ​ນທ້ຽນ​ເຍີນ ປາດ​ຖະໜາວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໂທລະພາບ​ສຳນັກ​ຂ່າວ​ສານ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ໃນ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ, ສ້າງ​​ເປັນກຸ່ມ​ກ້ອນ​ມະຫາ​ສາມັກ​ຄີທົ່ວ​ປວງ​ຊົນ​ທັງ​ຊາດ. ພ້ອມ​ທັງ ​ເພີ່ມ​ທະວີ, ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ໂຄສະນາ, ​ສື່ສານກັບ​ຕ່າງປະ​ເທດ ​ເພື່ອ​ປະຊາຊົນ​ໂລກ, ​ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈ​ແຈ້ງ​ທິດ​ທາງ, ນະ​ໂຍບາຍ​ຂອງ​ພັກ, ລັດ, ບັນດາ​ຜົນງານ​ໃນ​ພາລະກິດ​ປ່ຽນ​ໃໝ່, ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ.

ຂ່າວ/ບົດ​ອື່ນ