ສືບ​ຕໍ່​ປ່ຽ​ນ​ໃໝ່​ນ​ະ​ໂຍ​ບາຍ, ກົດ​ໝາຍ​ວ່າ​ດ້ວຍ​ທີ່ດິນ

(VOVWORLD) -ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູນກາງສະຫຼຸບມະຕິເລກທີ 19-NQ/TW, ຮຽກຮ້ອງໃຫ້ເພີ່ມທະວີການຈັດແບ່ງລະດັບ, ສິດໃນການບໍລິຫານທີ່ດິນ, ຈັດແບ່ງແຫຼ່ງກຳລັງໃຫ້ເໜາະສົມ, ຍົກສູງຄວາມສາມາດລະດັບຖັນແຖວພະກັກງານໄດ້ແບ່ງສິດ ແລະ ເພີ່ມທະວີການບໍລິຫານຕິດຕາມກວດກາ, ກວດກາຊຸກຍູ້ການປະຕິບັດ. 
ສືບ​ຕໍ່​ປ່ຽ​ນ​ໃໝ່​ນ​ະ​ໂຍ​ບາຍ, ກົດ​ໝາຍ​ວ່າ​ດ້ວຍ​ທີ່ດິນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:  VOV)

ຕອນເຊົ້າວັນທີ 14 ກຸມພາ, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳສຸນກາງໄດ້ຈັດກອງປະຊຸມສະຫຼຸບມະຕິເລກທີ 19-NQ/TW ຂອງກອງປະຊຸມຄັ້ງທີ VI ຄະນະບໍລິຫານງານສຸນກາງພັກຊຸດທີ XI ກ່ຽວກັບການສືບຕໍ່ການປ່ຽນໃໝ່ນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນໃນໄລຍະຍູ້ແຮງກິດຈະການປ່ຽນໃໝ່, ສ້າງພື້ນຖານເພື່ອຮອດປີ 2020, ຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູນກາງສະຫຼຸບມະຕິເລກທີ 19-NQ/TW, ຮຽກຮ້ອງໃຫ້ເພີ່ມທະວີການຈັດແບ່ງລະດັບ, ສິດໃນການບໍລິຫານທີ່ດິນ, ຈັດແບ່ງແຫຼ່ງກຳລັງໃຫ້ເໜາະສົມ, ຍົກສູງຄວາມສາມາດລະດັບຖັນແຖວພະກັກງານໄດ້ແບ່ງສິດ ແລະ ເພີ່ມທະວີການບໍລິຫານຕິດຕາມກວດກາ, ກວດກາຊຸກຍູ້ການປະຕິບັດ. ພ້ອມກັນນັ້ນ, ຊຸກຍູ້ການປັບປຸງການບໍລິຫານ, ຫຼຸດຜ່ອນການຮ້ອງທຸກ, ຮ້ອງຟ້ອງກ່ຽວຂ້ອງກັບທີ່ດິນ, ຍົກສູງປະສິດທິພາບ, ປະສິດທິຜົນຂອງການບໍລິຫານລັດ, ເພີ່ມທະວີການຕ້ານໄພຫຍໍ້ທໍ້, ການຟຸມເຟືອຍ, ສໍ້ລາດບັງຫຼວງ ໃນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ຄະນະຊີ້ນຳ ແລະ ບັນດາອົງການທີ່ກ່ຽວຂ້ອງຕ້ອງສ້າງບົດລາຍງານ, ແຜນຮ່າງໃຫ້ສົມບຸນແບບ, ຍືນສະເໜີຕໍ່ຂັ້ນມີສິດອຳນາດໃນເວລາໄວທີ່ສຸດ ແລະ ຮັບປະກັນຄວາມຄືບໜ້າ, ຄຸນນະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ