ສືບຕໍ່ມີຄຳກ່າວເຕືອນກ່ຽວກັບໄພກໍ່ການຮ້າຍໃນໂອກາດ EURO 2016
(ພາບປະກອບ: AFP/TTXVN)
(vovworld) - ວັນທີ 14/05, ຜູ້ອຳນວຍການອົງການຕຳຫຼວດເອີລົບ Rob Wainwright ໄດ້ກ່າວເຕືອນກ່ຽວກັບໄພເກີດບັນດາເຫດບຸກໂຈມຕີກໍ່ການຮ້າຍ ໃນຮອບເວລາດຳເນີນການແຂ່ງຂັນບານເຕະຮອບຊິງສະລະເລີດ ເອີລົບ 2016 (EURO 2016) ໃນລະດູແລ້ງທີ່ຈະມາເຖິງຢູ່ຝລັ່ງ. ຕາມທ່ານ Rob Wainwright, ເຫດການ EURO 2016 ອາດຈະກາຍເປັນເປົ້າໝາຍຂອງພວກກໍ່ການຮ້າຍ ຍ້ອນບັນດາກຸ່ມຫົວຮຸນແຮງພວມມີທ່າອ່ຽງເລືອກບັນດາສະຖານທີ່ຄື: ຮ້ານກາເຟ, ຮ້ານອາຫານ, ໂຮງລະຄອນ.. ເພື່ອບຸກໂຈມຕີ. ທ່ານ Rob Wainwright ໄດ້ຮຽກຮ້ອງໃຫ້ບັນດາປະເທດເອີລົບ ສ້າງຖານຂໍ້ມູນລວມເພື່ອແນໃສ່ສະກັດກັ້ນບັນດາເຫດກໍ່ການຮ້າຍ ໂດຍບັນດາພວກຫົວຮຸນແຮງຈາກຕ່າງປະເທດກັບເມືອເອີລົບ ປະຕິບັດ.