ສືບຕໍ່ເກີດການຍິງປືນຢູ່ ອາເມລິກາ

(VOVWORLD) -ປະຈຸບັນ, ສະຖານທີ່ເກີດເຫດກຳລັງຖືກປິດລ້ອມ ແລະ ດຳເນີນການສືບສວນຢູ່”.
ສືບຕໍ່ເກີດການຍິງປືນຢູ່ ອາເມລິກາ - ảnh 1(ພາບ: Reuters/TTXVN)

ຕຳຫຼວດ ແລະ ສື່ມວນຊົນທ້ອງຖິ່ນໄດ້ຢັ້ງຢືນວ່າ ເກີດເຫດຍິງປືນເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບໃນງານສົບຢູ່ລັດ Wisconsin ຂອງ ອາເມລິກາ ໃນວັນທີ 02 ມິຖຸນາ.

        ໃນສື່ສັງຄົມ Twitter, ອົງການຕຳຫຼວດນະຄອນ Racine ແຈ້ງໃຫ້ຊາບວ່າ: “ໃນ ເວລາ 2 ໂມງ 26 ນາທີ (ຕາມເວລາທ້ອງຖິ່ນ), ໄດ້ເກີດເຫດຍິງປືນຢູ່ເຂດສຸສານ Graceland. ມີຜູ້ໄດ້ຮັບບາດເຈັບ, ແຕ່ບໍ່ຮູ້ວ່າມີຈຳນວນເທົ່າໃດ. ປະຈຸບັນ, ສະຖານທີ່ເກີດເຫດກຳລັງຖືກປິດລ້ອມ ແລະ ດຳເນີນການສືບສວນຢູ່”.

        ໃນຂະນະນັ້ນ, ສື່ມວນຊົນທ້ອງຖິ່ນໃຫ້ຂ່າວວ່າ, ມີ 5 ຄົນຖືກຮັບບາດເຈັບໃນງານສົບຂອງ Da’Shontay L.King Sr - ເຊິ່ງແມ່ນຜູ້ທີ່ຕຳຫຼວດຍິງຕາຍໃນເດືອນ ມີນາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ