ສືບຕໍ່ເສີມຂະຫຍາຍນ້ຳໃຈເປັນເຈົ້າການ,ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ

ສືບຕໍ່ເສີມຂະຫຍາຍນ້ຳໃຈເປັນເຈົ້າການ,ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ - ảnh 1
ວາລະ​ປະຊຸມຄົບ​ຄະນະ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ
(ພ​າບ: VGP/Nhật Bắc)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 03/03, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິນຢຸງ ​ໄດ້​ເປັນ​ປະທານ​ວາລະ​ປະຊຸມຄົບ​ຄະນະ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ເພື່ອ​ແນ​ໃສ່​ວາງ​ອອກ​ທິດ​ທາງ, ໜ້າ​ທີ່​ປີ 2015; ສຸມ​ໃສ່​ວຽກ​ງານ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ຫວຽດນາມ ມາ​ຮອດ​ປີ 2020. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ, ຫົວໜ້າ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ຫວຽດນາມ ຄວນ​ສືບ​ຕໍ່​ຢ່າງຕັ້ງໜ້າ​, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ກ່ວາ​ອີກ​ໃນ​ບັນດາ​ຂົງ​ເຂດ, ​ໃນ​ນັ້ນອົງ​ການ​ເຊື່ອມ​ໂຍງ​ເສດຖະກິດ​ແມ່ນ​ຈຸດ​ສຸມ. ພ້ອມ​ກັນ​ນັ້ນ, ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ເຂົ້າ​ຮ່ວມ, ສ້າງ​ກົດໝາ​ຍລວມ ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ໃຫ້​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ໄລຍະ​ສັ້ນ ​ແລະ ​ໄລຍະ​ຍາວ​ເປັນ​ຢ່າງ​ດີ. ທ່ານ​ນາຍົກລັດຖະມົນຕີ ກໍ່ຊີ້​ນຳ​ນຳພາ​ສືບ​ຕໍ່​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ກ່ຽວ​ກັບ​ດ້ານ​ການ​ເມືອງ, ການ​ທູດ, ການ​ປ້ອງ​ກັນຊາດ ປ້ອງ​ກັນຄວາມ​ສະຫງົບຢ່າງ​ແຮງ ​ແລະ ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ສະໜັບສະໜູນ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ລະຫວ່າງ ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື.

    ກ່ຽວ​ກັບ​ດ້ານ​ເສດຖະກິດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ສະ​ເໜີ​ໃຫ້​ສຸມ​ໃສ່​ເຂົ້າ​ໃນ​ການ​ຊຸກຍູ້​ການ​ເຈລະຈາ​ບັນດາ​ສັນຍາ​ການ​ຄ້າ​ເສລີ, ​ເສີມ​ຂະຫຍາຍ​ທ່າ​​ໄດ້​ປຽບ​ຂອງ​ບັນດາ​ສັນຍາ​ການ​ຄ້າ​ເສລີ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ ​ເພື່ອ​ຮັບ​ໃຊ້​ໃຫ້​ບັນດາ​ຈຸດໝາຍ​ພັດທະນາ, ຍາດ​ແຍງ​ບັນດາ​ແຫຼ່ງກຳລັງ​ຈາກ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເພື່ອ​ຮັບ​ໃຊ້​ໃຫ້​ຈຸດ​ໝາຍ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ; ປະຕິບັດ​ວຽກ​ງານ​ອາລັກຂາ, ໜູນ​ຊ່ວຍ​ພົນລ​ະເມືອງ ຫວຽດນາມ ພວມ​ຮຳ່ຮຽນ, ທຳ​ມາ​ຫາ​ກິນ ​ແລະ ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ​ເ​ປັນ​ຢ່າງ​ດີ.


ຂ່າວ/ບົດ​ອື່ນ