ສັບປະດາວັດທະນະທຳທ່ອງທ່ຽວ ຫວີງຟຸກ 2013 ດ້ວຍບັນດາການ ເຄື່ອນໄຫວພິເສດສະເພາະ

ສັບປະດາວັດທະນະທຳທ່ອງທ່ຽວ ຫວີງຟຸກ 2013 ດ້ວຍບັນດາການ ເຄື່ອນໄຫວພິເສດສະເພາະ - ảnh 1

(ພາບ: tinmoi.vn)

(vovworld) -  ​ແຕ່​ວັນ​ທີ 23-26/3, ​ຢູ່​ນະຄອນ​ຫວີງ​ອຽນ ​ແຂວງ​ຫວີງ​ຟຸກ ​ໄດ້​ດຳ​ເນີນ “ສັບປະດາ​ວັດທະນະທຳທ່ອງ​ທ່ຽວຫວີງ​ຟຸກ 2013“ ດ້ວຍ​ບັນດາ​ການ​ເຄື່ອນໄຫວ​ພິ​ເສດສະ​ເພາະ ຊື່​ງຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ​ຫວີງ​ອຽນ, ​ເທດສະບານ​ຕາ​ແສງຟຸກອຽນ, ​ເມືອງ​ເລີບ​ແທກ ​ແລະ ​ເມືອງ​ຕາມ​ດາວ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 24/3, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນ​ທ້ຽນ​ເຍີນ ​ເນັ້ນໜັກ​ວ່າ:

   “ສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວຫວີງ​ຟຸກ ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ເຂດ​ທົ່ງພຽງ​ແມ່ນ້ຳ​ແດງ. ລັດ​ຖະບານ​ປາດ​ຖະໜາ​ຢາກ​ພັດທະນາ​ການທ່ອງທ່ຽວ​ຢູ່​ເຂດ​ຕ່າງໆ​ຈະ​ໄດ້​ຮັບ​ການ​ຍູ້ແຮງ, ​ໃນ​ນັ້ນມີເຂດ​ທົ່ງພຽງ​ແມ່ນ້ຳ​ແດງ. ​ເນື່ອງ​ໃນ​ໂອກາດ​ໄຂສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວຫວີງ​ຟຸກ ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ບັນດາ​ແຂວງ​ໃນ​ເຂດ​ຈະ​ບັນລຸ​ໄດ້​ບັນ​ດາ​ໝາກຜົນ​ທີ່​ດີ​ໃນ​ການ​ພັດທະນາ​ການທ່ອງທ່ຽວ, ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ນີ້​ເປັນ​ຢ່າງ​ດີ“

ຂ່າວ/ບົດ​ອື່ນ