ສັບປະດາວັດທະນະທຳທ່ອງທ່ຽວດ້ຽນບຽນສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວ

  ສັບປະດາວັດທະນະທຳທ່ອງທ່ຽວດ້ຽນບຽນສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວ  - ảnh 1
ລາຍການສະແດງສິລະປະໃນພິທີອັດສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ​ດ້ຽນບຽນ ປີ 2014     (ພາບ: baodienbien)

(vovworld)- ຕອນ​ຄ່ຳ ວັນ​ທີ 15/3, ສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ​ດ້ຽນບຽນ ປີ 2014 ​ໄດ້​ອັດ​ລົງ​ດ້ວຍ​ຂະ​ບວນ​ແຫ່​ຢູ່​ຕາມ​ທ້ອງ​ຖະໜົນ​ທີ່​ມີ​ຫົວ​ຂໍ້ : “ ຜ່ານ​ເຂດ ​ໄຕ​ບັກ (ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດນາມ) ທ່ຽວຊົມງານ​ບຸນ​ດອກ​ບານ ຢູ່​ສະໜາມ​ຫຼວງ ສູນ​ກອງ​ປະຊຸມ-ວັດທະນະທຳ​ແຂວງ ​ແລະ ບົນ​ຖະໜົນ​ບາງ​ສາຍ​ທີ່​ນະຄອນ ດ້ຽນບຽນ​ຝູ.  ທ່ານ ມົ່ວອາ​ເຊີນ ປະທານຄະນະກຳມະການ ປະຊາຊົນ​ແຂວງ ດ້ຽນບຽນໃຫ້​ຮູ້​ວ່າ : (​ເທບ)

   “ ສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ​ດ້ຽນບຽນ​ປະສົບ​ຜົນສຳ​ເລັດ ​ໄດ້​ປະກອບ​ສ່ວນ​ໂຄສະນາ​ການທ່ອງທ່ຽວ ​ແລະ ບັນດາ​ຜະລິດ​ຕະພັນ ການທ່ອງທ່ຽວທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຂວງ​ດ້ຽນບຽນ​ເວົ້າ​ສະ​ເພາະ ​ແລະ ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດນາມ​ເວົ້າ​ລວມ. ການທ່ອງທ່ຽວຢູ່ແຂວງ​ດ້ຽນບຽນທີ່​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດນາມ​ພວມ​ຂະຫຍາຍຕົວ. ງານ​ບຸນ​ດອກ​ບານ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ຈະ​ແມ່ນ​ຜະລິດ​ຕະພັນ ການທ່ອງທ່ຽວທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຂວງ​ດ້ຽນບຽນ​ເວົ້າ​ສະ​ເພາະ ​ແລະ ຂອງ​ທັງ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດນາມ​ເວົ້າ​ລວມ​ໃນ​ສາຍ​ຮ່ວມ​ສຳພັນ​ໃນ​ເຂດ ” 

ຂ່າວ/ບົດ​ອື່ນ