ສປຊ: ຄວນຊຸກຍູ້ບັນດາມາດຕະການທີ່ເອີ້ນວ່າ “ສອງລັດ” ສໍາລັບການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕີນ

(VOVWORLD) -  ວັນທີ 28 ຕຸລາ, ທ່ານ Nicolay Mlandenov ຜູ້ປະສານງານພິເສດຂອງ ສປຊ ກ່ຽວກັບການວິວັດທະນາການສ້າງສັນຕິພາບຢູ່ຕາເວັນອອກກາງ ຖືວ່າ ສະພາບການຕົວຈິງຂອງການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕີນ ນັບມື້ນັບຮ້າຍແຮງ ເຮັດໃຫ້ມາດຕະການ “ສອງລັດ” ຍາກທີ່ຈະບັນລຸໄດ້.

       ກ່າວຄໍາເຫັນຕໍ່ສະພາຄວາມໝັ້ນຄົງ ສປຊ ປະຈໍາ ນິວຢອກ, ທ່ານ Nicolay Mlandenov ໃຫ້ຂໍ້ສັງເຫດວ່າ ສະພາບການຢຶດຄອງບັນດາບໍລິເວນຂອງຊາວ ປາແລັດສະຕີນ ຍັງຄົງສືບຕໍ່ດໍາເນີນ ແລະ ບໍ່ມີຄວາມຄືບໜ້າຫຍັງເລີຍ ເພື່ອສາມາດບັນລຸໄດ້ຂໍ້ຕົກລົງລະຫວ່າງສອງປະເທດ. ຈໍານວນບັນດາເຂດຕັ້ງຖ່ິນຖານຄົງທີ່ໃໝ່ຂອງຊາວຢິວ, ເຊິ່ງເປັນການກະທໍາທີ່ຜິດກົດໝາຍສາກົນ ນັບມື້ນັບຍິ່ງຫຼາຍຂຶ້ນ, ອັນໄດ້ເປັນສິ່ງກີດຂວາງ ແລະ ສົ່ງຜົນສະທ້ອນຫຼາຍພໍສົມຄວນຕໍ່ວິວັດທະນາການສ້າງສັນຕິພາບ.

        ເຖິງວ່າ ໃນຊຸມອາທິດຜ່ານມາ, ສະພາບຄວາມເຄັ່ງຕຶງ ແລະ ຄວາມຮຸນແຮງຢູ່ເຂດ ກາຊາ ໄດ້ຫຼຸດຜ່ອນລົງຫຼາຍພໍສົມຄວນ ຍ້ອນບັນດາຄວາມມານະພະຍາຍາມໄກ່ເກ່ຍຂອງ ສປຊ ແລະ ອີຢິບ ກໍຕາມ, ແຕ່ຍັງຄົງມີຊາວປາແລັດສະຕີນ 3 ຄົນເສຍຊີວິດ ແລະ ກວ່າ 500 ຄົນຮັບບາດເຈັບ ໃນເຫດແຫ່ຂະບວນປະທ້ວງຢູ່ລຽບຕາມເຂດ ກາຊາ. ທ່ານ Nicolay Mlandenov ຮຽກຮ້ອງໃຫ້ອໍານາດການປົກຄອງ ອິດສະຣາແອັນ ຈົ່ງຄວບຄຸມການນໍາໃຊ້ອາວຸດ.


ຕອບກັບ

ຂ່າວ/ບົດ​ອື່ນ