ສ​ປ​ຊ ມອບຫຼຽນ​ກາ ​ສ​ປ​ຊ ໃຫ້​ນາຍ​ທະ​ຫານກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ

(VOVWORLD) -ວັນທີ 26 ພຶດສະພາ, ທ່ານຮອງເລຂາທິການໃຫຍ່ ສປຊ Atul Khare ໄດ້ມອບຫຼຽນກາ ສປຊ ໃຫ້ແກ່ນາຍທະຫານກອງທັບ ແລະ ຕຳຫຼວດ ຈຳນວນ 82 ຄົນ ຂອງ 28 ປະເທດ ເພື່ອແນໃສ່ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາສ່ວນບຸກຄົນໃນວຽກງານຮັກສາສັນຕິພາບຢູ່ຄະນະເລຂາທິການ ສປຊ.
ສ​ປ​ຊ ມອບຫຼຽນ​ກາ ​ສ​ປ​ຊ ໃຫ້​ນາຍ​ທະ​ຫານກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ - ảnh 1ທ່ານຮອງເລຂາທິການໃຫຍ່ ສປຊ Atul Khare ໄດ້ມອບຫຼຽນກາ ສປຊ ໃຫ້ແກ່ນາຍທະຫານກອງທັບ ແລະ ຕຳຫຼວດ 

ວັນທີ 26 ພຶດສະພາ, ຢູ່ສຳນັກງານ ສປຊ ທີ່ນະຄອນ ນິວຢອກ, ອາເມລິກາ, ໂດຍຕາງໜ້າໃຫ້ທ່ານເລຂາທິການໃຫຍ່ ສປຊ, ທ່ານຮອງເລຂາທິການໃຫຍ່ ສປຊ Atul Khare ໄດ້ມອບຫຼຽນກາ ສປຊ ໃຫ້ແກ່ນາຍທະຫານກອງທັບ ແລະ ຕຳຫຼວດ ຈຳນວນ 82 ຄົນ ຂອງ 28 ປະເທດ ເພື່ອແນໃສ່ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາສ່ວນບຸກຄົນໃນວຽກງານຮັກສາສັນຕິພາບຢູ່ຄະນະເລຂາທິການ ສປຊ. ໃນຈໍານວນຜູ້ທີ່ໄດ້ຮັບຫຼຽນກາດັ່ງກ່າວ ມີນາຍທະຫານ ຫວຽດນາມ 3 ຄົນ ເປັນກຽດໄດ້ຮັບຫຼຽນກາຈາກ ການນຳ ສປຊ ຍ້ອນມີຄວາມມານະພະຍາຍາມ ແລະ ມີຜົນງານພິເສດໃນການປະຕິບັດ ວຽກງານ ຢູ່ສຳນັກງານ ສປຊ.

        ວັນທີ 29 ພຶດສະພາຂອງແຕ່ລະປີ ເຊິ່ງເປັນວັນສາກົນຂອງ ກຳລັງຮັກສາສັນຕິພາບ ສປຊ ເພື່ອຈາລຶກບຸນຄຸນຕໍ່ຜູ້ທີ່ໄດ້ ແລະ ກຳລັງຮັບໃຊ້ໃນການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ. ນັບແຕ່ປີ 2020 ມານີ້, ຫວຽດນາມ ມີນາຍທະຫານກອງທັບ 3 ຄົນ ໃນຈຳນວນ 103 ຄົນຂອງບັນດາປະເທດ ທີ່ກຳລັງເຮັດວຽກຢູ່ຄະນະເລຂາທິການ ສປຊ.

 ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ