ສປຊ ຮັບຮອງເອົາຖະແຫຼງການສະໜັບ ສະໜູນແຜນການສັນຕິພາບໃຫ້ຊີຣີ

ສປຊ ຮັບຮອງເອົາຖະແຫຼງການສະໜັບ ສະໜູນແຜນການສັນຕິພາບໃຫ້ຊີຣີ - ảnh 1
( ພາບປະກອບ )

( vovworld ) – ວັນ​ທີ 21/3, ສະພາ​ຄວາມ​ໝັ້ນຄົງ​ສະ​ປະຊາ​ຊາດ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງການ​ສະໜັບສະໜູນ​ແຜນການ​ແກ້​ໄຂ​ສະພາບຂາດ​ສະຖຽນ​ລະ​ພາບທີ່ແກ່​ຍາວ​ຢູ່​ ຊີ​ຣີ ຂອງ່ທານ Kofi Annan, ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ. ​ແຜນການ​ຂອງ​ທ່ານ Annan ລວມມີ 6 ຂໍ້​ຄື; ການຢຸດ​ຍິງ, ການ​ເຈລະຈາ​ດ້ານ​ການ​ເມືອງ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​​ແກ່​ການ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອມະນຸດສະທຳ​ເຂົ້າ​ຊີຣີ; ປ່ອຍ​ຕົວ​ບັນດາ​ບຸກຄົນ​ຖືກຄຸມ​ຂັງ​​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ຖອນ​ກຳລັງ​ປ້ອງ​ກັນຄວາມ​ສະຫງົບ​ອອກ​ຈາກ​ບັນດາ​ນະຄອນ​ທີ່​ເກີດ​ການ​ແຫ່​ຂະ​ບວນຂັດ​ຄ້ານ​ລັດຖະບານ, ຊີຣີ ຈະ​ປະ​ເຊີນ​ໜ້າ​ກັບ​ບາດກ້າວ​ຕໍ່​ໄປ​ຖ້າ​ຫາກ​ປະຕິ​ເສດ​ປະຕິບັດ​ຂໍ້​ສະ​ເໜີ​ຂອງ​ທ່ານ Annan. ສ່ວນລັດ​ເຊຍ, ຈີນ ສະໜັບສະໜູນ​ແຜນການ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ