ສປຊຕີລາຄາສູງຄວາມມານະພະຍາຍາມຂອງຍີ່ປຸ່ນ,ຈີນ,ສ.ເກົາຫຼີໃນບັນຫາສປປ.ເກົາຫຼີ

(VOVWORLD) -ວັນທີ 10 ພຶດສະພາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຊົມເຊີຍບັນດາຄວາມມານະພະຍາຍາມລວມຂອງຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ ໃນເລື່ອງບັນລຸໄດ້ບາດກ້າວມຸ່ງໄປເຖິງການສ້າງສັນຕິພາບໃນແຫຼມເກົາຫຼີ.

ສປຊຕີລາຄາສູງຄວາມມານະພະຍາຍາມຂອງຍີ່ປຸ່ນ,ຈີນ,ສ.ເກົາຫຼີໃນບັນຫາສປປ.ເກົາຫຼີ - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບ:  THX/TTXVN)

ໃນຖະແຫຼງການໜຶ່ງ, ທ່ານເລຂາທິການໃຫຍ່ Guterres ໄດ້ຊົມເຊີຍກອງປະຊຸມຂັ້ນສຸດຍອດລະຫວ່າງຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ ເຊິ່ງດຳເນີນໃນວັນທີ 09 ພຶດສະພາຢູ່ໂຕກຽວ, ການສະໜັບສະໜູນຂອງການນຳ 2 ປະເທດສຳລັບຖະແຫຼງການ Panmunjom, ກໍ່ຄືການຮ່ວມມືໃນບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ. ທ່ານ Guterres ກໍ່ສະແດງຄວາມຫວັງວ່າ ຄວາມມານະພະຍາຍາມລວມຂອງບັນດາປະເທດອາຊີຕາເວັນອອກສ່ຽງເໜືອ ຈະເປີດເສັ້ນທາງມຸ່ງໄປເຖິງສັນຕິພາບຢ່າງຍາວນານ ແລະ ຄວາມວັດທະນາຖາວອນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ