ສປປ ເກົາຫຼີ ຕັດໂທລະສັບ ສາຍດ່ວນດ້ານການ ທະຫານກັບ ສ ເກົາຫຼີ

ສປປ ເກົາຫຼີ ຕັດໂທລະສັບ ສາຍດ່ວນດ້ານການ ທະຫານກັບ ສ ເກົາຫຼີ - ảnh 1
ບັນດາກຳລັງຂອງ ສປປ ເກົາຫຼີ ພ້ອມກັນຝຶກແອບ
(ພາບ: truongtansang.net)

(vovworld) - ວັນ​ທີ 27/3, ສຳນັກ​ຂ່າວສານ Yonhap ​ໄດ້​ໃຫ້​ຂ່າວ​ວ່າ: ສປປ ​ເກົາຫຼີ ​ ​ໄດ້​ປະກາດ​ຕັດ​ໂທລະສັບ​ສາຍ​ດ່ວນດ້ານ​ການທະຫານກັບ ສ ​ເກົາຫຼີ, ​ເຊິ່ງ​ແມ່ນ​ລະບົບ​ຕິດ​ຕໍ່​ພົວພັນ​ໂດຍ​ກົງ​ສຸດ​ທ້າຍ​ລະຫວ່າງ 2 ພາກ​ເກົາ​ຫຼີ, ​ໃນ​ສະພາບ​ການ​ຄວາມ​ເຄັ່ງ​ຕຶງ​ພວມ​ເພີ່ມ​ທະວີ​ຂຶ້ນ​ຢູ່​ແຫຼມ ​ເກົາຫຼີ. ຕາມ Yonhap ​ແລ້ວ, ຄຳ​ຕັດສິນ​ດັ່ງກ່າວ​​ໂດຍ​ແມ່ນນາຍ​ທະຫານ​ກອງທັບ ສປປ ​ເກົາຫຼີ ຜູ້​ໜຶ່ງ​ແຈ້ງກັບຝ່າຍ ສ ​ເກົາຫຼີ ກ່ອນ​ທີ່​ສາຍ​ໂທລະສັບ​ບໍ່​ມີ​ສັນຍານ​ຕິດ​ຕໍ່ພຽງ 2, 3 ນາທີ. ສຳນັກ​ຂ່າວສານ​ສູນ​ກາງ ສ ​ເກົາຫຼີ (ຫຼື KCNA) ກໍ່​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ນາຍ​ທະຫານ​ກອງທັບ ສປປ ​ເກົາຫຼີ ຢືນຢັນ​ວ່າ: “​ໃນ​ສະພາບ​ການ​ສົງ​ຄາມ​ອາດ​ຈະ​ເກີດ​ຂຶ້ນ​ໃນ​ບໍ່​ວ່າ​ເວລາ​ໃດ, ບໍ່​ຈຳ​ເປັນ​ຕ້ອງ​ຕິດ​ຕໍ່​ພົວພັນ​ການ​ທະຫານ​ລະຫວ່າງ 2 ພາກ ​ເກົາຫຼີ. ​ແຕ່​ຈຸ​ດເວລາ​ນີ້​, ທຸກໆ​ການ​ຕິດ​ຕໍ່​ພົວພັນ​ການ​ທະຫານ​ຖືກ​ຢຸດຕິ”. ​ເລື່ອງ​ຕັດ​ໂທລະສັບ​ສາຍ​ດ່ວນ​ດ້ານການ​ທະຫານ​ລະຫວ່າງ 2 ພາກ​ ເກົາຫຼີ ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາ​ຫະກຳ​ປະສົມ Kaesong, ຍ້ອນ​ວ່າ​ລະບົບ​ຕິດ​ຕໍ່​ພົວພັນ​ນີ້​ໄດ້​ນຳ​ໃຊ້​ເພື່ອ​ປະສານ​ງານ​ບັນດາເຄື່ອນ​ໄຫວ​​ເຂົ້າ​ເຂດ​ນີ້. ​ໃນ​ໄລ​ຍະ ຜ່ານ​ມາ, ​ເຂດ​ອຸ​ດສະຫະ​ກຳ​ນີ້ ຍັງ​ຄົງ​ຮັກສາ​ການ​ເຄື່ອນ​ໄຫວ ​ເປັນ​ປົກກະຕິ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ກາ​ນພົວພັນ​ລະຫວ່າງ 2 ພາກ ​ເກົາຫຼີ.

ຂ່າວ/ບົດ​ອື່ນ