ສປປ ເກົາຫຼີ ພ້ອມແລ້ວທີ່ເຈລະຈາ ແກ້ໄຂຄວາມເຄັ່ງຕຶງ

ສປປ ເກົາຫຼີ ພ້ອມແລ້ວທີ່ເຈລະຈາ ແກ້ໄຂຄວາມເຄັ່ງຕຶງ - ảnh 1
ທ່ານ Choe Ryong Hae (ເບື້ອງຂວາ) ໃນການຢ້ຽມຢາມຈີນເມື່ອເດືອນ 8/2012
(ພາບ: AP)

(vovworld) - ວັນ​ທີ 23/5, ຢູ່​ປັກ​ກິງ, ກຳມະການ​ຜູ້​ປະຈຳການ​ກົມການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ, ອະທິການ​ບໍດີ​ໂຮງຮຽນ​ພັກ​ສູນ​ກາງ ຫຼຽວ​ຊຽວນຊາ ​ໄດ້ມີ​ການ​ພົບ​ປະ​ກັບ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ສປປ ​ເກົາຫຼີ Choe Ryong Hae, ທູດ​ພິ​ເສດ​ຂອງ​ການ​ນຳ ສປປ ​ເກົາຫຼີ Kim Jong Un ທີ່​ພວມ​ຢູ່​ຢ້ຽມຢາມ ຈີນ. ທ່ານ ຫຼຽວ​ຊຽວນຊາ​ ຊີ້​ແຈ້ງວ່າ: ສັນຕິພາບ ​ແລະ ຄວາມ​ສະຖຽນ​ລະ​ພາບ​ຂອງ​ແຫຼມ ​ເກົາຫຼີ ​ແມ່ນ​ເໝາະ​ສົມກັບ​ຜົນ​ປະ​ໂຫຍ​ດຂອງ​ທຸກໆ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ​ທູດ​ພິ​ເສດ Choe Ryong Hae​ໃຫ້​ຮູ້​ວ່າ: ສປປ ​ເກົາຫຼີ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ຈີນ ​ໃນ​ການ​ຮັກ​ສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ແຫຼ​ມ ​ເກົາຫຼີ. ສປປ ​ເກົາຫຼີ ພ້ອມ​ແລ້ວ​ທີ່​ເຈລະຈາ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ.

ຂ່າວ/ບົດ​ອື່ນ