ສປປ ເກົາຫຼີ ພ້ອມແລ້ວມີການໂຕ້ຕອບຕໍ່ສົງຄາມກັບ ອາເມລິກາ

ສປປ ເກົາຫຼີ ພ້ອມແລ້ວມີການໂຕ້ຕອບຕໍ່ສົງຄາມກັບ ອາເມລິກາ - ảnh 1
ການ​ນຳ ສ​ປ​ປ ເກົາຫຼີ Kim Jong-ul ຕິດ​ຕາມກວດ​ກາ​ການ​ສ້ອມ​ຮົບ (ພາບ: Yonhap/TTXVN)

(vovworld) – ວັນ​ທີ 17/4, ທ່ານ Kim In Ryong, ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ເກົາຫຼີ ປະ​ຈຳ ​ສະ​ຫະ​ປະ​ຊາ​ຊາດໄດ້​ຖະ​ແຫຼງວ່າ: ປະ​ເທດນີ້​​ພ້ອມແລ້ວ​ໂຕ້​ຕອບ​ຕໍ່​ບໍ່​ວ່າ​ຮູບ​ແບບ​ສົງ​ຄາມ​ໃດ​ໂດຍ​ການ​ກະ​ທຳ​ດ້ານ​ການ​ທະ​ຫານ​ຂອງ ອາ​ເມ​ລິ​ກາ ກໍ່​ຂຶ້ນ. ທ່ານ Kim In Ryong, ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ເກົາຫຼີ ໄດ້​ຍົກ​ອອກ​ຄຳ​ຖະ​ແຫຼງ​ດັ່ງ​ກ່າວ​ໃນ​ການ​ປະ​ຊຸມ​ຂ່າວ, ພາຍຫຼັງ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Mike Pence ຫາກໍ່​ກ່າວ​ເຕືອນ​ວ່າ ພຽງ​ຢາງ ບໍ່​ຄວນທ້າ​ທາຍ​ຕໍ່ຄວາ​ມ​ຕັດ​ສິ​ນ​ໃຈ​ຂອງ ວໍ​ຊິງ​ຕັນ. ທ່ານ Kim In Ryong ຢັ້ງ​ຢືນ​ວ່າ: ຖ້າ​ຫາກ ວໍ​ຊິງ​ຕັນ ເລືອກ​​ເອົາການ​ກະ​ທຳ​ດ້ານ​ການ​ທະ​ຫານ, ພຽງ​ຢາງ ຈະ​ກຽມ​ພ້ອມ​ຮັບ​ມື​ກັບ​ບໍ່​ວ່າ​ຮູບ​ແບບ​ສົງ​ຄາມ​ໃດ​ທີ່ ອາ​ເມ​ລິ​ກາ ​ຢາ​ກ​ປະ​ຕິ​ບັດ.

        ແລ​ະ​ກໍ່​ໃນ​ວັນ​ທີ 17/4, ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຢູ່ ມົດ​ສະ​ກູ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ໄດ້​ກ່າວ​ເຕືອນ​ການ​ກະ​ທຳ​ດ້ານ​ການ​ທະ​ຫານ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ຂອງ ອາ​ເມ​ລິ​ກາ ​ທີ່​ແນໃສ່ ສ​ປ​ປ ເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ