ສປປ ເກົາຫຼີ, ສ ເກົາຫຼີ ກຳນົດເວລາຈັດຕັ້ງການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນ

ສປປ ເກົາຫຼີ, ສ ເກົາຫຼີ ກຳນົດເວລາຈັດຕັ້ງການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນ - ảnh 1
ຄະນະເຈລະຈາຂອງ ສ ເກົາຫຼີ ແລະ ສປປ ເກົາຫຼີ ຢູ່ ບ້ານ​ຢຸດ​ຮົບ Panmunjom
(ພາບ: AP)

(vovworld) – ​ວັນ​ທີ 23/8, ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ​ໄດ້​ເຫັນ​ດີ​ຈັດ​ຕັ້ງການເຕົ້າ​ໂຮມ​​​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ໃນ​​ໄລຍະ​ສົງຄາມ ​ເກົາຫຼີ (1950 - 1953) ​ໃນ​ເດືອນ 9 ຈະມ​​າ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ​​ໂຄ​ສົກ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ສ ​ເກົາຫຼີ Kim Hyung – seok ​ໃຫ້​ຮູ້​ວ່າ: ​ແຕ່ລະ​ຝ່າຍ​ຈະ​ມີ 100 ຄົນ​ເຂົ້າ​ຮ່ວມ​ການ​ເຕົ້າ​ໂຮມ​ນີ້. ບັນຊີ​ລາຍ​ຊື່​ສຸດ​ທ້າຍ​ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ເຕົ້າ​ໂຮມ​ນີ້​ຈະ​ຖືກ 2 ຝ່າຍ​ແລກປ່ຽນ​ໃນ​ວັນ​ທີ 16/9. ຂໍ້​ຕົກລົງ​ດັ່ງ​ກ່າວ​ບັນ​ລຸ​ໄດ້​ໃນ​ການ​ເຈລະຈາ​ຂັ້ນ​ນັກວິຊາການ​ຂອງ​ສະພາກາ​ແດງ 2 ພາກ​ເກົາຫຼີ ຢູ່​ເຮືອນ​ສັນຕິພາບ ຂຶ້ນ​ກັບ​ບ້ານ​ຢຸດ​ຮົບ Panmunjom. ​ທຳ​ອິດ, ສ ​ເກົາຫຼີ ປາດ​ຖະໜາ​ຢາກ​ໃຫ້​​ການເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ ​ເຊີ​ອູ​ນ ຫຼື ພຽ​ງຢາງ, ​ແຕ່​ສຸດ​ທ້າຍ​​ໄດ້ຕົກລົງ​ສະຖານ​ທີ່ຈັດ​ຕັ້ງ​ແມ່ນຢູ່​ພູ Kumgang ຕາມ​ຂໍ້​ສະ​ເໜີ​ຂອງ ສປປ ​ເກົາຫຼີ.

 

ຂ່າວ/ບົດ​ອື່ນ