​ສປປ ເກົາຫຼີ ຮຽກຮ້ອງໃຫ້ ສ ເກົາຫຼີ ປັບປຸງການພົວພັນລະຫວ່າງ 2 ຝ່າຍ

(VOVWORLD) - ບົດນຳມີຕອນຂຽນວ່າ “ພາຍຫຼັງການຮັບຮອງເອົາຖະແຫຼງການນີ້, ການພົວພັນທີ່ຖືກລະແວງສົງໄສ ແລະ ການປະທະກັນລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ໄດ້ກາຍເປັນການພົວພັນປອງດອງ ແລະ ໂຮມປະເທດຊາດເປັນເອກະພາບ”. 
​ສປປ ເກົາຫຼີ ຮຽກຮ້ອງໃຫ້ ສ ເກົາຫຼີ ປັບປຸງການພົວພັນລະຫວ່າງ 2 ຝ່າຍ - ảnh 1 ພາບປະກອບ

ສປປ ເກົາຫຼີ ໄດ້ຮຽກຮ້ອງລັດຖະບານໃໝ່ຂອງ ສ. ເກົາຫຼີ ປັບປຸງການພົວພັນລະຫວ່າງ 2 ຝ່າຍ. ໜັງສືພິມ Rodong Sinmun, ໜັງສືພິມລາຍວັນທາງການຂອງພັກແຮງງານ ສປປ ເກົາຫຼີ ສະບັບອອກໃນວັນທີ 29 ພຶດສະພາ, ລົງພິມບົດນຳຖືວ່າ: ເລື່ອງຮັບຮອງເອົາຖະແຫຼງການຮ່ວມເມື່ອວັນທີ 15 ພຶດສະພາ ໄດ້ທຳລາຍການສູ້ຢັນລະຫວ່າງ 2 ຝ່າຍທີ່ຍັງຄົງຄ້າງ ກ່ວາເຄິ່ງ ສະຕະວັດຜ່ານມາ. ບົດນຳມີຕອນຂຽນວ່າ “ພາຍຫຼັງການຮັບຮອງເອົາຖະແຫຼງການນີ້, ການພົວພັນທີ່ຖືກລະແວງສົງໄສ ແລະ ການປະທະກັນລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ໄດ້ກາຍເປັນການພົວພັນປອງດອງ ແລະ ໂຮມປະເທດຊາດເປັນເອກະພາບ”. ເຖິງຢ່າງໃດກໍ່ຕາມ, ຫວັງວ່າ ກ່ຽວກັບການໂຮມປະເທດຊາດເປັນເອກະພາບຄືນໃໝ່ຖືກທຳລາຍພາຍໃຕ້ອຳນາດການປົກຄອງພັກຮັກສາເດີມກ່ອນນັ້ນຂອງ ສ ເກົາຫຼີ ແລະ ສະພາບການຊົ່ວຮ້າຍລົງຂອງການພົວພັນລະຫວ່າງ 2 ຝ່າຍແມ່ນຈຸດເລີ່ມຕົ້ນຂອງທຸກໆບັນຫາຢູ່ ສເກົາຫຼີ, ໃນນັ້ນມີ “ຄວາມຂາດສະຖຽນລະພາບ, ວິກິດການທາງການທູດ ແລະ ສະພາບຊຸດໂຊມດ້ານເສດຖະກິດ”. ບົດນຳຖືວ່າ “ອຳນາດການປົກຄອງໃນປະຈຸບັນຂອງ ສ ເກົາຫຼີ ພວມຢູ່ໃນໄລຍະຕັດສິນຊີ້ຂາດ”, ພ້ອມທັງກະຕຸກຊຸກຍູ້ລັດຖະບານໃໝ່ຂອງ ເຊີອູນ ປັບປຸງການພົວພັນລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ. ໄປຄຽງຄູ່ກັນນັ້ນ, ບົດນຳກໍ່ຮຽກຮ້ອງໃຫ້ ສ ເກົາຫຼີ ລົບລ້າງລະບົບປ້ອງກັນລູກສອນໄຟໄລຍະໄກສຸດທ້າຍ (THAAD) ຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ