ສປປ ເກົາຫຼີກ່າວເຕືອນໂຕ້ຕອບອາເມລິກາ ແລະ ສເກົາຫຼີ

ສປປ ເກົາຫຼີກ່າວເຕືອນໂຕ້ຕອບອາເມລິກາ ແລະ ສເກົາຫຼີ - ảnh 1
(ພາບປະກອບ: Yonhap/TTXVN)

(vovworld) - ວັນ​ທີ 22/9, ກອງທັບ ສປປ ​ເກົາຫຼີ​ໄດ້​ກ່າວ​ເຕືອນ ຈະ​ໂຕ້​ຕອບດ້ວຍ​ກຳລັງ​ກອງທັບ ​ເພື່ອ​ຕ້ານ​ຄືນ​ບັນດາ​ການ​ກະທຳ​ດ້ານ​ການ​ທະຫານ​ຫວ່າງ​ແລ້ວ​ນີ້​ຂອງ ອາ​ເມ​ລິ​ກາ ​ແລະ ສ​ເກົາຫຼີ, ພິ​ເສດ​ແມ່ນ​ພາຍຫຼັງ ອາ​ເມ​ລິ​ກາ​ສົ່ງເຮືອບິນ​ຖິ້ມ​ລະ​ເບີດ​ຍຸດ​ທະ​ສາດ B-1B ​ເຖິງ ສ ​ເກົາຫຼີ. ກ່ອນ​ນັ້ນ 1 ວັນ, ​ເຮືອບິນ B-1B 2 ລຳຂອງ ອາ​ເມ​ລິ​ກາ ​ໄດ້​ບິນ​ເທິງ​ຖານ​ທີ່​ໝັ້ນ​ຂອງ​ທະຫານ Osan ຢູ່ Pyeongtaek, ຫ່າງ​ຈາກ​ນະຄອນຫຼວງ ​ເຊີ​ອູ​ນ ຂອງ ສ ​ເກົາຫຼີ ປະມານ 70 ກມ, ​ໂຄສົກ​ຂອງ​ເສນາ​ທິການ​ໃຫຍ່​ກອງທັບ ສປປ ​ເກົາຫຼີ ​ໄດ້​ຖື​ວ່າ, ​ເລື່ອງ ອາ​ເມ​ລິ​ກາ​ສົ່ງ​ບັນດາ​ເຮືອບິນ​ຖິ້ມ​ລະ​ເບີດ​ເຖິງ ສ​ເກົາຫຼີ ​ແມ່ນ “ການ​ກະທຳ​ເກາະ​ຜິດ​ດ້ານ​ການ​ທະຫານ​ເພື່ອ​ຕ້ານ ສປປ ​ເກົາຫຼີ“ ​ແລະ ຖື​ວ່າ, ການ​ເກາະ​ຜິດ​ນີ້ “​ໄດ້​ເຮັດ​ໃຫ້​ສະພາບ​ການ​ຢູ່​ແຫຼມ​ເກົາຫຼີ ພົ້ນ​ອອກ​ຈາກ​ຄວາມ​ສາມາດ​ຄວບ​ຄຸມ​ໄດ້ ​ແລະ ມັນ​ຈະ​ພາ​ໃຫ້​ສົງຄາມ​ນິວຄະ​ເລຍ​ລະ​ເບີດ​ຂຶ້ນ“. ຄຳ​ຖະ​ແຫຼ​ງຂອງ ສປປ ​ເກົາຫຼີ​ ກໍ່​ກ່າວ​ເຕືອນ​ວ່າ, ບັນດາ​ຫົວ​ນິວຄະ​ເລຍ​ຂອງ​ກອງທັບ ສປປ​ເກົາຫຼີ ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ ​ເພື່ອ​ບິນ​ເຖິງ​ຜືນ​ແຜ່ນດິນ​ຂອງ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ