ລາວ ຈັດການປະຊຸມຂ່າວແຈ້ງຂ່າວກ່ຽວກັບການກະກຽມໃຫ້ກອງປະຊຸມສຸດຍອດ ອາຊຽນ 28-29
|
(vovworld)- ຕອນເຊົ້າວັນທີ 8/8 ຢູ່ ນະຄອນຫລວງ ວຽງຈັນ, ກະຊວງການຕ່າງປະເທດລາວ ໄດ້ຈັດການປະຊຸມຂ່າວເພື່ອແຈ້ງຂ່າວ ກ່ຽວກັບການກະກຽມຂອງປະເທດເຈົ້າພາບລາວ ສຳລັບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28-29 ແລະ ບັນດາກອງປະຊຸມກ່ຽວຂ້ອງ ຈະດຳເນີນແຕ່ວັນທີ 6-8/9 ຈະມາເຖິງ. ທ່ານ ພົນສະຫວັດ ສີສຸລາດ, ຫົວຫນ້າກົມອາຊຽນ, ກະຊວງການຕ່າງປະເທດ ລາວໃຫ້ຮູ້ວ່າ: ລາວ ໄດ້ກຽມພ້ອມໃຫ້ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28-29 ນັບທັງຊັບພະຍາກອນ, ພະລາທິການກໍຄືວຽກງານຮັບປະກັນຄວາມປອດໄພ. ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 ຈະຖືກຈັດຂຶ້ນດ້ວຍວາລະປະຊຸມຄົບຄະນະ. ບັນດາການນຳອາຊຽນ ຈະສຸມໃສ່ປຶກສາຫາລືກ່ຽວກັບການສ້າງປະຊາຄົມອາຊຽນ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 29 ຈະແມ່ນວາລະປະຊຸມວົງແຄບ. ບັນດາການນຳຂັ້ນສູງ ອາຊຽນ ຈະສຸມໃສ່ປຶກສາຫາລືກ່ຽວກັບການພົວພັນການຕ່າງປະເທດຂອງອາຊຽນ ແລະ ກຳນົດທິດຂອງອາຊຽນໃນອະນາຄົດ.