ສປປ.ເກົາຫຼີ ກຳນົດເວລາສຸດທ້າຍ ເພື່ອໃຫ້ ອາເມລິກາ ປ່ຽນແປງຄຳຮຽກສິດກ່ຽວກັບບັນຫາປອດນິວເຄຼຍ

(VOVWORLD) - ວັນທີ 13 ເມສາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ການນຳ ສປປ.ເກົາຫຼີ Kim Jong-un ໄດ້ສະແດງໃຫ້ເຫັນຄວາມພ້ອມທີ່ຈະດຳເນີນການພົບປະສຸດຍອດຄັ້ງທີ 3 ກັບທ່ານປະທານາທິບໍດີ ອາເມລິກາ Donald Trump ຖ້າຫາກ ວໍຊິງຕັນ ຍົກອອກຄຳສະເໜີດ້ວຍທ່າທີເຂັ້ມງວດ ແລະ ມີວິທີການທີ່ເໝາະສົມ.
ສປປ.ເກົາຫຼີ ກຳນົດເວລາສຸດທ້າຍ ເພື່ອໃຫ້ ອາເມລິກາ ປ່ຽນແປງຄຳຮຽກສິດກ່ຽວກັບບັນຫາປອດນິວເຄຼຍ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trum ແລະ ການນຳ ສປປ.ເກົາຫຼີ Kim Jong-un (ພາບ: France 24)

        ຕາມວົງການນັກໄຈ້ແຍກແລ້ວ, ການກຳນົດເວລາສຸດທ້າຍ ເພື່ອໃຫ້ ອາເມລິກາ ປ່ຽນແປງຄຳຮຽກສິດໃນການເຈລະຈາປອດນິວເຄຼຍ, ລ້ວນແຕ່ສະແດງໃຫ້ເຫັນວ່າ ພຽງຢາງ ບໍ່ ຮັບຮູ້ຂໍ້ສະເໜີກ່ຽວກັບ “ຂໍ້ຕົກລົງໃຫຍ່” ທີ່ຮຽກຮ້ອງໃຫ້ ສປປ.ເກົາຫຼີ ມີມາດຕະການແກ້ໄຂໃຫ້ແກ່ໂຄງການນິວເຄຼຍ, ລູກສອນໄຟ ແລະ ບັນດາໂຄງການອາວຸດອື່ນທັງໝົດ ເພື່ອແລກເອົາບໍ່ວ່າບຸລິມະສິດໃດໆ, ກໍ່ຄືເລື່ອງຍົກເລີກຄຳສັ່ງລົງໂທດ.

ຕອບກັບ

ຂ່າວ/ບົດ​ອື່ນ