ສ​ປ​ປ.ເກົາຫຼີ ​ຊຸກ​ຍູ້ ອາ​ເມ​ລິ​ກາ ​ຮັບ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການເພື່ອ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄ​ືນ​ໃໝ່

(VOVWORLD) -ວັນທີ 11 ມັງກອນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ ທ່ານ Kim Jong-un ການນຳສປປ.ເກົາຫຼີ ໄດ້ຮັບ ຈົດໝາຍອວຍພອນວັນຄ້າຍວັນເກີດຈາກ ທ່ານ Donald Trump ປະທານາທິບໍດີ ອາເມລິກາ, ແຕ່ທ່ານກໍ່ຊີ້ແຈ້ງ ວ່າ ພຽງຢາງຈະບໍ່ກັບຄືນໂຕະເຈລະຈາ.

ສ​ປ​ປ.ເກົາຫຼີ ​ຊຸກ​ຍູ້ ອາ​ເມ​ລິ​ກາ ​ຮັບ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການເພື່ອ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄ​ືນ​ໃໝ່ - ảnh 1 ທ່ານ Kim Jong-un ການນຳສປປ.ເກົາຫຼີ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ

(ພາບ: TTXVN)

KCNA ໄດ້ຄັດສະເໜີຄຳຖະແຫຼງຂອງທ່ານ Kim Kye Gwan ທີ່ປຶກສາຂອງກະຊວງການຕ່າງປະເທດ ສປປ.ເກົາຫຼີ ເນັ້ນໜັກວ່າ: ການນຳ Kim Jong-un ອາດຈະມີຄວາມເປັນມິດກັບທ່ານ ປະທານາທິບໍດີ ອາເມລິກາ, ແຕ່ວ່າ ໂດຍບໍ່ຫົວຊາຕໍ່ການພົວພັນອັນດີງາມລະຫວ່າງການນຳສອງປະເທດ, ບັນດາການເຈລະຈາລະຫວ່າງ ສອງຝ່າຍ ອາດຈະເຊື່ອມຕໍ່ຄືນໃໝ່ໄດ້ ພາຍຫຼັງທີ່ ວໍຊິງຕັນ “ຍອມຮັບທຸກໆຂໍ້ຮຽກຮ້ອງຂອງ ພຽງຢາງ”. ຕາມທ່ານແລ້ວ, ນັບແຕ່ນີ້ຮອດຈຸດເວລານັ້ນ, ສປປ.ເກົາຫຼີ ຈະບໍ່ເຂົ້າຮ່ວມ ບໍ່ວ່າການເຈລະຈາໃດໆ ກ່ຽວກັບ ເລື່ອງພຽງຢາງ ມ້າງທຳລາຍ ຮາກຖານນິວເຄຼຍຂອງ ຕົນ ເພື່ອແລກເອົາເລື່ອງ ອາເມລິກາ ໂຍະຍານບັນດາຄຳສັ່ງລົງໂທດສຳລັບປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ