ສປປ.ເກົາຫຼີ ວາງຄາດໝາຍສ້າງກຳລັງ “ໄວ້ເນື້ອເຊື່ອໃຈກວ່າ” ເພື່ອຮັບມືກັບບັນດາໄພນາບຂູ່ດ້ານການທະຫານ

(VOVWORLD) -ສປປ.ເກົາຫຼີ ໄດ້ຖະແຫຼງວ່າ ເປົ້າໝາຍຂອງປະເທດນີ້ແມ່ນສ້າງກຳລັງ “ໄວ້ເນື້ອເຊື່ອໃຈກວ່າ” ເພື່ອຕ້ານຄືນບັນດາໄພນາບຂູ່ດ້ານການທະຫານໄລຍະຍາວຈາກອາເມລິກາ

ສປປ.ເກົາຫຼີ ວາງຄາດໝາຍສ້າງກຳລັງ “ໄວ້ເນື້ອເຊື່ອໃຈກວ່າ” ເພື່ອຮັບມືກັບບັນດາໄພນາບຂູ່ດ້ານການທະຫານ - ảnh 1 ການນຳສປປ.ເກົາຫຼີ Kim Jong un

(ພາບ: YONHAP/TTXVN)

ຕາມສຳນັກຂ່າວສານ Yonhap ຂອງສ.ເກົາຫຼີ ແລ້ວ, ວັນທີ 12 ມິຖຸນາ, ສປປ.ເກົາຫຼີ ໄດ້ຖະແຫຼງວ່າ ເປົ້າໝາຍຂອງປະເທດນີ້ແມ່ນສ້າງກຳລັງ “ໄວ້ເນື້ອເຊື່ອໃຈກວ່າ” ເພື່ອຕ້ານຄືນບັນດາໄພນາບຂູ່ດ້ານການທະຫານໄລຍະຍາວຈາກອາເມລິກາ, ໃນສະພາບການທີ່ພຽງຢາງ ແລະ ວໍຊິງຕັນ ສະເຫຼີມສະຫຼອງ 2 ປີແຫ່ງການດຳເນີນການພົບປະຄັ້ງປະຫວັດສາດລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un.

        ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Son gwon ຖືວ່າ, ບັນດາຄວາມຫວັງຢາກປັບປຸງການພົວພັນລະຫວ່າງອາເມລິກາ - ສປປ.ເກົາຫຼີ, ກ່ອນນີ້ 2 ປີເຄີຍເປັນຄວາມສົນໃຈຂອງສື່ມວນຊົນທົ່ວໂລກ, ປະຈຸບັນໄດ້ກາຍເປັນຄວາມຜິດຫວັງ. ທ່ານ Ri Son gwon ກໍ່ເວົ້າວ່າ, ພຽງຢາງ ຈະບໍ່ມອບກາລະໂອກາດໃຫ້ອາເມລິກາ ຕື່ມອີກແລ້ວ ຖ້າຫາກບໍ່ໄດ້ຮັບການຕອບຄືນຢ່າງສົມເຫດສົມຜົນ.

        ກ່ອນໜ້ານັ້ນ, ວັນທີ 11 ມິຖຸນາ, ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ປະເທດນີ້ຍັງຮັກສາຄຳໝັ້ນສັນຍາໃນການປະຕິບັດຂໍ້ຕົກລົງ ສິງກະໂປ ທີ່ບັນລຸໄດ້ລະຫວ່າງການນຳ 2 ປະເທດເມື່ອເດືອນ ມິຖຸນາ 2018, ພ້ອມທັງຢືນຢັນວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະນຳໃຊ້ວິທີສຳຜັດຢ່າງມີໄຫວພິບ.

ຕອບກັບ

ຂ່າວ/ບົດ​ອື່ນ