ສ​ປ​ປ.ເກົາຫຼີ ສືບ​ຕໍ່​ບັນ​ດ​າ​ການ​ເຄື່ອນ​ໄຫວຢູ່​ເຂດປະ​ສົ​ມນິວ​ເຄຼຍ Yongbyon

(VOVWORLD) -ໃນພາບຖ່າຍດາວທຽມຫວ່າງແວ້ວນີ້, ເວັບໄຊ 38 ອົງສາເໜືອ ໄດ້ອອກຄຳຕິຊົມດັ່ງກ່າວ ເມື່ອວັນທີ 28 ພຶດສະພາ, ພ້ອມທັງເນັ້ນວ່າ: ເຂົາເຈົ້າໄດ້ພົບເຫັນບັນດາການເຄື່ອນໄຫວເລັກໆນ້ອຍໆ ຢູ່ໂຮງງານເສີມທາດ ຢູລານຽນ ຢູ່ພາກພື້ນນີ້
ສ​ປ​ປ.ເກົາຫຼີ ສືບ​ຕໍ່​ບັນ​ດ​າ​ການ​ເຄື່ອນ​ໄຫວຢູ່​ເຂດປະ​ສົ​ມນິວ​ເຄຼຍ Yongbyon - ảnh 1ພາບຖ່າຍເຂດ Yongbyon ຈາກດາວທຽມ(ພາບ:  EPA/TTXVN )

ຕາມສຳນັກຂ່າວສານ Yonhap ແລ້ວ, ໃນວັບໄຊ 38 ອົງສາເໜືອ ຂອງ ອາເມລິກາ ຊຶ່ງຮັບຜິດຊອບການຕິດຕາມສະພາບການຢູ່ ສປປ.ເກົາຫຼີ ຖືວ່າ: ພຽງຢ່າງ ອາດຈະກຳລັງສືບຕໍ່ບັນດາການເຄື່ອນໄຫວ ຢູ່ເຂດປະສົມນິວເຄຼຍ Yongbyon, ແຕ່ບໍ່ມີຫຼັກຖານຢ່າງຈະແຈ້ງໃດທີ່ໄດ້ພົບເຫັນ ເພື່ອຢັ້ງຢືນພິຈາລະນາວ່າ ບັນດາຖັງເຊື້ອເພີງທີ່ໄດ້ຮັບການນຳໃຊ້ແລ້ວ ຈາກສາງບັນຈຸໄດ້ສົ່ງມາຍັງເຂດນີ້ ເພື່ອຜະລິດ plutoni ຫຼືບໍ່.

ໃນພາບຖ່າຍດາວທຽມຫວ່າງແວ້ວນີ້, ເວັບໄຊ 38 ອົງສາເໜືອ ໄດ້ອອກຄຳຕິຊົມດັ່ງກ່າວ ເມື່ອວັນທີ 28 ພຶດສະພາ, ພ້ອມທັງເນັ້ນວ່າ: ເຂົາເຈົ້າໄດ້ພົບເຫັນບັນດາການເຄື່ອນໄຫວເລັກໆນ້ອຍໆ ຢູ່ໂຮງງານເສີມທາດ ຢູລານຽນ ຢູ່ພາກພື້ນນີ້, ໃນຂະນະທີ່ອາຄານທົດລອງຫຼັງໜຶ່ງ ພວມໄດ້ຮັບການກໍ່ສ້າງເປີດກ້ວາງ.

ຕອບກັບ

ຂ່າວ/ບົດ​ອື່ນ