ສປປ.ເກົາຫຼີ ເລີ່​ມຕັ້ງລູກສອນໄຟ ໃນຖານຍິງ

ສປປ.ເກົາຫຼີ ເລີ່​ມຕັ້ງລູກສອນໄຟ ໃນຖານຍິງ - ảnh 1
ເຂດໄດ້ຖືວ່າແມ່ນສະຖານທີຕັ້ງດາວ​ທຽມ​ອາ​ວະ​ກາດ​ຂອງສປປ.​ເກົາຫຼີ
( ພາບ: AP )


( vovworld ) – ວັນ​ທີ 7/4, ລັດຖະບານສ.​ເກົາຫຼີ ​ໃຫ້​ຮູ້​ວ່າ ສປປ.​ເກົາຫຼີ ​ໄດ້​ເລີ່​ມ​ຕັ້ງ ດາວ​ທຽມ​ອາ​ວະ​ກາດ​ໃສ່ຖານ​ຍິງຢູ່​​ເຂດຍິງ Tongchang Ri ຢູ່​ແຂວງ​ Pyongan ​ເໜືອ, ທາງ​ພາກ​ເໜືອ​ຂອງສປປ.​ເກົາຫຼີ. ລັດຖະບານ​ສ.​ເກົາຫຼີ​ ຄາດ​ຄະນະ​ວ່າ ສປປ.​ເກົາຫຼີ ອາດຈະ​ດຳ​ເນີນ​ການ​ຍິງ​ດາວທຽມ​ໃນ​ວັນ​ທີ 14/4 ທີ່​ຈະ​ມາ​ເຖິງ. ການ​ປະກອບຕິດ​ຕັ້ງ​ດາວ​ທຽມ ​ແລະ ກະກຽມ​ເຊື້ອ​ໄຟ​ໃຫ້​ລູກ​ສອນ​ໄຟ​ຂອງສປປ.​ເກົາຫຼີ ຈະ​ສຳ​ເລັດ​ໃນ​ວັນ​ທີ 12/4, ກົງ​ກັບ​ຈຸດ​ເວລາ​ທີ່​ພຽງ​ຢ່າງ ປະກາດຖະ​ແຫຼ​ງຈະ​ຍິງ​ດາວ​ທຽມ​ສຳ​ຫຼວດໜ່ວຍ​ໂລກ Kwangmyongsong 3 ດ້ວຍ​ລູກ​ສອນ​ໄຟ​ Unha 3 ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີມສະຫຼອງ 100 ປີ ​ແຫ່ງ​ວັນ​ຄາຍ​ວັນ​ເກີດ​ຂອງ​ອະດີດປະທານ Kim Il Sung. ກ່ອນ​ໜ້າ​ນັ້ນ, ສປປ.​ເກົາຫຼີ ​ໄດ້​ປະກາດຫຼາຍ​ຄັ້ງ​ທີ່​ຈະ​ຍິງ​ດາວ​ທຽມ Kwangmyongsong 3 ​ແຕ່​ວັນ​ທີ 12 – 16/4 ​ເພື່ອ​ແນ​ໃສ່​ຮັບ​ໃຊ້​​ເປົ້າ​ໝາຍ​ຄົ້ນຄວ້າ​ວິທະຍາສາດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດພະຍາກອນ​ອາກາດເພື່ອ​ຮັບ​ໃຊ້ການ​ພັດທະນາ​ກະສິກຳ.

ຂ່າວ/ບົດ​ອື່ນ