ສປປ.ເກົາຫຼີຈັບເຮືອໃບຂອງລັດເຊຍແມ່ນຍ້ອນ“ຫຼົງຜິດ”

ສປປ.ເກົາຫຼີຈັບເຮືອໃບຂອງລັດເຊຍແມ່ນຍ້ອນ“ຫຼົງຜິດ” - ảnh 1
ສ​ປ​ປ.ເກົາ​ຫຼີ​ຈັບເຮືອ​ໃບ​ຂອງ​ລັດ​ເຊຍ​ແມ່ນຍ້ອນ“​ຫຼົງຜິ​ດ”
(ພາບ​: RUSSIA-24)

(vovworld) - ​ວັນ​ທີ 15/5, ສື່​ມວນ​ຊົນ​ລັດ​ເຊ​ຍ ໃຫ້​ຮູ້​ວ່າ, ສ​ປ​ປ.ເ​ກົາ​ຫຼີ ໄດ້​ອະ​ນຸ​ຍາດ​ໃຫ້​ເຮືອ​ໃບ “Elfin” ຂອ​ງ​ລັດ​ເຊຍ ສືບ​ຕໍ່​ເດີນ​ທະ​ເລ, ພາຍ​ຫຼັງ​ລູກ​ເຮືອ 5 ຄົນ ແລະ ເຮືອ​ໃບ​ຖືກ​ຈັບ​ ແລະ ກັກ​ໄວ້ເປັນ​ເວ​ລ​າ 2 ວັນ​ຢູ່​ເຂດ​ແຄມ​ທະ​ເລ​ສ​ປ​ປ.ເກົາ​ຫຼີ. ສຳ​ນັກ​ຂ່າວ​ສານ​ລັ​ດ​ເຊຍ RIA ໄດ້​ຄັດ​ຄຳ​ເວົ້າ​ຂອງ​ຫົວ​ໜ້າ​ກົງ​ສູນ​ໃຫຍ່​ປະ​ເທດນີ້​ປະ​ຈຳ​ຢູ່​ນະ​ຄອນ Chongjin, ທ່ານ Yuriy Bochakarev ຢັ້ງ​ຢືນ​ວ່າ, ເລື່ອງ​ສ​ປ​ປ.ເກົາ​ຫຼີ ຈັບ​ ແລະ ​ຈັບ​ ແລະ ກັກເຮືອ​ໃບ​ລຳດັ່ງ​ກ່າວ​ແມ່ນ​ ​ຍ້ອນ​ສາຍ​ເຫດ “ເຂົ້​າ​ໃຈ​ຜິດ”, ​​ເຊິ່ງຖືກ​ສົງ​ໄສວ່າ​ແມ່ນ​ເຮືອ​ຂອງ​ສ.ເກົາ​ຫຼີ.

        ເຮືອ​ໃບ “Elfin” ພ້ອມ​ກັບ​ລູກ​ເຮືອ 5 ຄົນ​ຖືກ​​ກອງ​ທັບ​ເຮືອສ​ປ​ປ.ເກົາ​ຫຼີ ຈັບ ແລະ ກັກ​ໄວ້​ໃນ​ຄ່ຳ​ຄືນ​ວັນ​ທີ 13/05, ຢູ່​ເຂດ​ທະ​ເລ​ຍີ່​ປຸ່ນ ເມື່ອ​ເຮືອ​ໃບ​ລຳ​ນີ້​ພວມ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຈາກ​ທ່າ​ກ່ຳ​ປັ່ນ Busan ຂອງສ.ເກົາ​ຫຼີ ​ໄປ​ເຖິງ Vladivostokc, ປະ​ເທດ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ