ສປປ.ເກົາຫຼີຍິງລູກສອນໄຟນຳວິຖີອີກຄັ້ງໜຶ່ງ

ສປປ.ເກົາຫຼີຍິງລູກສອນໄຟນຳວິຖີອີກຄັ້ງໜຶ່ງ - ảnh 1
ພາບປະກອບຈາກສຳນັກຂ່າວສານຫວຽດນາມ

(vovworld) –  ວັນ​ທີ 3/8, ສຳນັກ​ຂ່າວສານ Yonhap ​ໄດ້​ຄັດ​ແຫຼ​່ງຂ່າວ​ຈາກ​ຫົວໜ້າສະພາ​ເສນາ​ທິການທະຫານ​ປະສົມ​ຂອງ ສ ​ເກົາຫຼີ (JCS) ​ໂດຍ​ໃຫ້​ຮູ້​ວ່າ: ສປປ ​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ລູກ​ໜຶ່ງ​ເຂົ້າ​ເຂດ​ນ່ານທະ​ເລ​​ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້ ​ໃນ​ເວລາ 7 ​ໂມງ 50 ນາທີ​ຕອນ​ເຊົ້າ​ຕາມ​ເວລາ​ທ້ອງ​ຖິ່ນ (ກົງ​ກັບ 5​ໂມງ50​ນາທີ ຕາມ​ເວລາ ຫວຽດນາມ). ນີ້​ແມ່ນ​ເຫດ​ຍິງ​ລູກ​ສອນ​ໄຟນຳ​ວິຖີ​​ຄັ້ງຫຼ້າ​ສຸດຂອງ ສປປ ​ເກົາຫຼີ  ​ໄດ້​ລະ​ເມີດ​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ຫ້າມ​ປະ​ເທດ​ນີ້​ພັດທະນາ​ບັນດາ​ເຕັກ​ໂນ​ໂລ​ຢີນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ. ກ່ອນນີ້ 2 ອາທິດ, ສປປ ​ເກົາຫຼີ ກໍ່​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິທີ 3 ລູກ​ຈາກ​ກ່ຳ​ປັ່ນ​ດຳ​ນ້້ຳ, ​ຊຶ່ງ​ໄດ້​ຮັບ​ການ​ຢັ້ງຢືນທີ່​ໄດ້​ກຳນົດ​ແມ່ນ​ລູກ​ສອນ​ໄຟ Scud. ບັນດາ​ລູກ​ສອນ​ໄຟ​ນີ້​ໄດ້​ຮັບ​ຖື​ວ່າ​ມີ​ໄລຍະ​ຍິງ​ປະມານ 500 – 600 ກມ ກ່ອນ​ທີ່​ຕົກ​ລົງສູ່​ທະ​ເລຍ​ີ່ປຸ່ນ.


ຂ່າວ/ບົດ​ອື່ນ