ສປປ.ເກົາຫຼີແລະສ.ເກົາຫຼີສືບຕໍ່ເຈລະຈາຂັ້ນສູງເພື່ອແນໃສ່ແກ້ໄຂຄວາມບໍ່ລົງລອຍກັນ

ສປປ.ເກົາຫຼີແລະສ.ເກົາຫຼີສືບຕໍ່ເຈລະຈາຂັ້ນສູງເພື່ອແນໃສ່ແກ້ໄຂຄວາມບໍ່ລົງລອຍກັນ - ảnh 1
(ພາບປະກອບ: Yonhap/TTXVN)

(vovworld) – ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ​ໄດ້​ເຊື່ອມ​ຕໍ່ບັນດາ​ການ​ເຈລະຈາຂັ້ນ​ສູງ ​ໃນ​ຕອນ​ບ່າຍວັນ​ທີ 23/08, ພາຍຫຼັງ​ການ​ເຈລະຈາ​ຄັ້ງ​ທຳ​ອິດ, ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ເພື່ອ​ແກ້​ໄຂບັນດາຄວາມ​ບໍ່​ລົງລອຍ​ກັນ ​ໃນ​ຄວາມ​ມານະ​ພະຍາຍາມ ​ແກ້​ໄຂ​ສະພາບ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ຢູ່​​ແຫຼມ​ເກົາຫຼີ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ​ໂຄສົກ​ຂອງ​ທ່ານ​ນາງ​ປະທານາທິບໍດີ​ສ.​ເກົາຫຼີ Min Kyung wook ​ໃຫ້​ຮູ້​ວ່າ, ການ​ເຈລະຈາ​ຂັ້ນ​ສູງ​ຢູ່​ບ້ານຢຸດ​ຮົບ Panmunjom ​ໃນ​ເຂດປອດການ​ທະຫານລະຫວ່າງສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ​​ເລີ່​ມດຳ​ເນ​ີນ​ໃນ​ຕອນ​ບ່າຍ​ວັນ​ທີ 22/08 ​ແລະ ​ໄດ້​ແກ່ຍາວ​ເປັນ​ຫຼາຍ​ຊົ່ວ​ໂມງ. 2 ຝ່າຍ​ໄດ້​ປຶກສາ​ຫາ​ລື​ມາດ​ຕະການ​ແກ້​ໄຂສະພາບ​ເຄັ່ງ​ຕຶງ ​ໃນ​ແຫຼມ​ເກ​ົາຫຼີ ກໍ​ຄື​ພັດທະນາ​ການ​ພົວພັນ​ລະຫວ່າງ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ. ພາຍຫຼັງ​ພິຈາລະນາ​ຫຼັກ​ໝັ້ນ​ຂອງ​ແຕ່ລະ​ຝ່າຍ, 2 ຝ່າຍ​ໄດ້​ເຫັນ​ດີ​ເຊື່ອມ​ຕໍ່​ການ​ເຈລະຈາ​ຄື​ນ​ໃໝ່​ຕອນ​ບ່າຍ​ວັນ​ທີ 23/08, ​ເພື່ອ​ແນ​ໃສ່​ຮັດ​​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ.

ຂ່າວ/ບົດ​ອື່ນ