ສື່ມວນຊົນ ຍີ່ປຸ່ນ ຕີລາຄາຕັ້ງໜ້າການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(VOVWORLD) - ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ ໃນການເພີ່ມທະວີການພົວພັນກັບ ຍີ່ປຸ່ນ. ປະຈຸບັນ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືພັດທະນາແຖວໜ້າຂອງ ຫວຽດນາມ, ແມ່ນປະເທດລົງທຶນໃຫຍ່ທີສອງ
ສື່ມວນຊົນ ຍີ່ປຸ່ນ ຕີລາຄາຕັ້ງໜ້າການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການເຈລະຈາໂຕະມົນກັບ ວິສາຫະກິດ

ຕອນເຊົ້າວັນທີ 5 ມິຖຸນາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວຢ່າງສົມກຽດວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຮອດຍີ່ປຸ່ນ. ດ້ວຍບົດຂຽນ “ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ”, ໜັງສືພິມ Japan Times ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີການຢ້ຽມຢາມ ຍີ່ປຸ່ນ ແຕ່ວັນທີ 6 -8 ມິຖຸນາ ກັບຄະນະປະຕິບັດງານໃຫຍ່ສຸດນັບແຕ່ກ່ອນມາ ເຊິ່ງລວມມີລັດຖະມົນຕີ, ຮອງລັດຖະມົນຕີ ແລະ ບັນດາສະມາຊິກສະພາແຫ່ງຊາດ, ການນຳບັນດາແຂວງ ແລະ ນະຄອນໃຫຍ່ຫຼາຍທ່ານ ພ້ອມກັບນັກທຸລະກິດກ່ວາ 100 ຄົນ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ ໃນການເພີ່ມທະວີການພົວພັນກັບ ຍີ່ປຸ່ນ. ປະຈຸບັນ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືພັດທະນາແຖວໜ້າຂອງ ຫວຽດນາມ, ແມ່ນປະເທດລົງທຶນໃຫຍ່ທີສອງ, ແມ່ນປະເທດມີປະລິມານແຂກທ່ອງທ່ຽວ ມາຢ້ຽມຢາມ ຫວຽດນາມ ຍື່ນອັນດັບທີ 3 ແລະ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 4 ຂອງ ຫວຽດນາມ.

        ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບການເຊື້ອເຊີນຈາກກຸ່ມບໍລິສັດ Nikkei ໃຫ້ເປັນນັກປາຖະກະຖາ ທີ່ວາລະໄຂກອງປະຊຸມສາກົນກ່ຽວກັບອະນາຄົດຂອງ ອາຊີ ເຊິ່ງຈັດຕັ້ງໃນວັນທີ 5 -6 ມິຖຸນາ ຢູ່ໂຕກຽວ. ນີ້ແມ່ນໜຶ່ງໃນບັນດາເຫດການສາກົນໄດ້ຮັບຄວາມສົນໃຈທີ່ສຸດຢູ່ ອາຊີ. ທ່ານນາຍົກລັດຖະມົນຕີ ໄດ້ເຕື້ອງເຖິງທັດສະນະຂອງ ຫວຽດນາມ ກ່ຽວກັບຫົວຂໍ້ໄດ້ຮັບການປຶກສາຫາລືກໍ່ຄືໃຫ້ຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ. ການຢ້ຽມຢາມ ຍີ່ປຸ່ນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ກ້ວາງຂວາງເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ