ສື່ມວນ​ຊົນ ລັດ​ເຊຍ ມີ​ບົດ​ຂຽນ​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ ແລະ ການ​ພົວ​ພັນ​ຕ່າງ​ປ​ະ​ເທດ​ຂອງ ຫວຽດ​ນາມ

(VOVWORLD) -ການເຕີບໂຕເສດຖະກິດຢູ່ ຫວຽດນາມ ແມ່ນມີຄວາມປະທັບໃຈທີ່ສຸດ ໃນຂະນະທີ່ໂລກລະບາດ ໂຄວິດ - 19 ພວມແຜ່ລະບາດ ແລະ ສົ່ງຜົນກະທົບຢ່າງຮ້າຍແຮງເຖິງພື້ນຖານເສດຖະກິດຂອງປະເທດສ່ວນຫຼາຍໃນໂລກ.
ສື່ມວນ​ຊົນ ລັດ​ເຊຍ ມີ​ບົດ​ຂຽນ​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ ແລະ ການ​ພົວ​ພັນ​ຕ່າງ​ປ​ະ​ເທດ​ຂອງ ຫວຽດ​ນາມ - ảnh 1ໜັງສືພິມເອເລັກໂຕນິກ Rusvesna ຂອງ ລັດເຊຍ ໄດ້ລົງບົດຂຽນ “ເຕີບໂຕ ໂດຍບໍ່ຫົວຊາຕໍ່ໂລກລະບາດ: ໄມ້ຫຼາວັດແທກ ລະຫວ່າງ ລັດເຊຍ - ຫວຽດນາມ” 

ວັນທີ 11 ມັງກອນ, ໜັງສືພິມເອເລັກໂຕນິກ Rusvesna ຂອງ ລັດເຊຍ ໄດ້ລົງບົດຂຽນ “ເຕີບໂຕ ໂດຍບໍ່ຫົວຊາຕໍ່ໂລກລະບາດ: ໄມ້ຫຼາວັດແທກ ລະຫວ່າງ ລັດເຊຍ - ຫວຽດນາມ”, ໃນນັ້ນ ຜູ້ຂຽນໄດ້ສະແດງຄວາມປະທັບໃຈຕໍ່ບັນດາຜົນງານກ່ຽວກັບການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ; ການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ຜັນຂະຫຍາຍແນວທາງການຕ່າງປະເທດ ຢູ່ຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ. ຜູ້ຂຽນ ຖືວ່າ ການເຕີບໂຕເສດຖະກິດຢູ່ ຫວຽດນາມ ແມ່ນມີຄວາມປະທັບໃຈທີ່ສຸດ ໃນຂະນະທີ່ໂລກລະບາດ ໂຄວິດ - 19 ພວມແຜ່ລະບາດ ແລະ ສົ່ງຜົນກະທົບຢ່າງຮ້າຍແຮງເຖິງພື້ນຖານເສດຖະກິດຂອງປະເທດສ່ວນຫຼາຍໃນໂລກ. ບັນດາດັດຊະນີເປັນໜ້າປະທັບໃຈທີ່ ຫວຽດນາມ ບັນລຸໄດ້ນັ້ນ ແມ່ນຍ້ອນບັ້ນປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ໄດ້ປະຕິບັດຢ່າງສຳເລັດຜົນ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ.

        ໃນຂົງເຂດການພົວພັນຕ່າງປະເທດ, ຜູ້ຂຽນ ກໍໃຫ້ຂໍ້ສັງເກດວ່າ ຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນປີ 2020, ທີ່ຕັ້ງບົດບາດຂອງ ຫວຽດນາມ ນັບມື້ນັບໄດ້ຍົກສູງຂຶ້ນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພາກພື້ນ ອາຊີ - ປາຊີຟິກ ແລະ ໃນໂລກ. ຜູ້ຂຽນກໍຕີລາຄາສູງນະໂຍບາຍການຕ່າງປະເທດທີ່ມີສັນຕິພາບຂອງ ຫວຽດນາມ ແລະ ເຊື່ອໝັ້ນວ່າ ດ້ວຍວິທີສຳຜັດທີ່ຄ້າຍຄືກັນນັ້ນ ທັງມົດສະກູ ແລະ ຮ່າໂນ້ຍ ຈະປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ