ສື່ມວນຊົນ ເຢຍລະມັນ ຍ້ອງຍໍຈິດໃຈສັນຕິພາບ ແລະ ເອກະລາດໃນຂະບວນການປົດປ່ອຍຊາດຂອງຫວຽດນາມ

(VOVWORLD) -ຫວຽດນາມ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 45 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບຕາມຮູບການອອນລາຍ ໃນສະພາບເກີດໂລກລະບາດໂຄວິດ 19

ວັນທີ 2 ພຶດສະພາ, ຫນັງສືພິມ Jungewelt ຂອງ ເຢຍລະມັນ ໄດ້ລົງພິມ ບົດຂຽນເນື່ອງໃນໂອກາດ ຫວຽດນາມ ສະເຫລີມສະຫລອງ 45 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ, ໃນນັ້ນ ຍົກໃຫ້ເຫັນຈິດໃຈສັນຕິພາບ ແລະ ເອກະລາດແຫ່ງຊາດ ໄດ້ພາໄປເຖິງບັນລຸຜົນສຳເລັດຂອງຂະບວນການປົດປ່ອຍຊາດຫວຽດນາມ. ຕາມບົດຂຽນດັ່ງກ່າວແລ້ວ, ຫວຽດນາມ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ ຕາມຮູບການອອນລາຍ ໃນສະພາບເກີດໂລກລະບາດໂຄວິດ 19. ນອກນັ້ນ ຫວຽດນາມ ຍັງຈັດງານວາງສະແດງບັນດາເອກະສານກ່ຽວກັບສົງຄາມ, ຫວຽດນາມ ກໍ່ສາຍຮູບເງົາເອກະສານກ່ຽວກັບ ເສັ້ນທາງທີ່ໄດ້ເລືອກ, ສ່ອງແສງຮອບດ້ານວິວັດການຕໍ່ສູ້ຍາດເອົາເອກະລາດ, ເລີ່ມຕົ້ນເວລາທ່ານປະທານ ໂຮ່ຈີມິນ ອອກຈາກປະເທດໄປຊອກຫາເສັ້ນທາງກູ້ຊາດ ຈົນເຖິງ ເດືອນເມສາປີ 1975.

ຕອບກັບ

ຂ່າວ/ບົດ​ອື່ນ