ສື່ມວນຊົນ ເຢຍລະມັນ ແລະ ອົດສະຕາລີ ຕີລາຄາສູງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ

(VOVWORLD) - ວັນທີ 13 ເມສາ, ສຳນັກຂ່າວສານ ເຢຍລະມັນ DPA ໃຫ້ຮູ້ວ່າ: ດ້ວຍຕົວເລກທີ່ມີຜູ້ຕິດເຊື້ອພະຍາດ ພຽງແຕ່ 2 – 3 ຮ້ອຍຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດຍ້ອນໄວຣັດ SARS-CoV-2 ນັ້ນ, ວິທີການສະກັດກັ້ນໂລກລະບາດ ໂຄວິດ-19 ຂອງ ຫວຽດນາມ ກໍໄດ້ຮັບການຍ້ອງຍໍຊົມເຊີຍຈາກອົງການອະນາໄມໂລກ (WHO) ແລະ ສາມາດຖືວ່າ ແມ່ນບົດຮຽນໃຫ້ແກ່ບັນດາປະເທດໃນການຕໍ່ສູ້ກັບໂລກລະບາດດັ່ງກ່າວ.
ສື່ມວນຊົນ ເຢຍລະມັນ ແລະ ອົດສະຕາລີ ຕີລາຄາສູງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ - ảnh 1 (ພາບປະກອບ/TTXVN)

 DPA ໄດ້ຄັດສະເໜີຄຳເວົ້າຂອງທ່ານ Park Kidong ຜູ້ຕາງໜ້າ WHO ປະຈຳ ຫວຽດນາມ ທີ່ເຊື່ອໝັ້ນວ່າ ການເຂົ້າຮ່ວມຂອງລັດຖະບານ ຫວຽດນາມ ໂດຍໄວ ແມ່ນປັດໄຈຫຼັກແຫຼ່ງໃນການຕໍ່ສູ້ກັບ ໂຄວິດ-19. DPA ກໍ່ຕີລາຄາວ່າ ສ່ວນໃຫຍ່ໃນຜົນສຳເລັດຂອງ ຫວຽດນາມ ໃນການສະກັດກັ້ນໂລກລະບາດ ແມ່ນຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວສັງຄົມ.

        ແລະກໍ່ໃນວັນດຽວກັນ, ເວັບໄຊ 7news.com.au ໄດ້ຄັດສະເໜີບົດຂຽນຂອງ Chirs Humphrey ແລະ Bac Pham ຂອງສຳນັກຂ່າວສານ ອົດສະຕາລີ (APP) ຕີລາຄາ ຫວຽດນາມ ວ່າ: ຍ້ອນການສົມທົບກັນລະຫວ່າງການປ້ອງກັນ, ສະກັດກັ້ນໂດຍໄວ, ການວິໄຈຢ່າງກ້ວາງຂວາງ, ຄວບຄຸມເຊື້ອພະຍາດຢ່າງແຮງ ແລະ ມີຄວາມສາມັກຄີໃນສັງຄົມ, ມາຮອດປັດຈຸບັນ ຈິ່ງສາມາດຫຼີກລ້ຽງຄວາມສ່ຽງທີ່ຮ້າຍແຮງຂອງໂລກລະບາດ ໂຄວິດ-19 ໄດ້. ບົດຂຽນໃຫ້ຂໍ້ສັງເກດວ່າ ວິທີການເຊິ່ງປະຊາຊົນ ຫວຽດນາມ ຮັບມືຕໍ່ໂລກລະບາດກໍ່ເຂັ້ມງວດ ພ້ອມກັນນັ້ນ ແມ່ນການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ປະຊາຊົນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ