ສື່ມວນຊົນຈີນໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງປະທານປະເທດເຈືອງເຕີນຊາງຢູ່ກອງປະຊຸມຂັ້ນສູງອາເປັກ

ສື່ມວນຊົນຈີນໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງປະທານປະເທດເຈືອງເຕີນຊາງຢູ່ກອງປະຊຸມຂັ້ນສູງອາເປັກ - ảnh 1
ໜັງສືພິມ
ເຢິນໝິນຈືປາວໃຫ້ຂ່າວກ່ຽວກັບການ
ເຄື່ອນ
ໄຫວຂອງປະທານປະເທດເຈືອງເຕີນຊາງ
(
ພາບ: vov)

(vovworld)- ​ ​​ໃນ​ຊຸມ​ມື້​ຜ່ານ​ມາ, ສື່​ມວນ​ຊົນ​ຈີນ ​ໄດ້​ໃຫ້​ຂ່າວ​ຫຼາຍ​ກ່ຽວ​ກັບການ​ເຄື່ອນ​ໄຫວ​ຂອງປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄປ​ໄລຍະ​ຢູ່​ນະຄອນຫຼວງ​ປັກກິ​ງ ປະ​ເທດ​ຈີນ​ ​ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນສູງ​ອາ​ເປັກ 2014. ພາຍຫຼັງ​ທີ່ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ມາ​ຮອດນະຄອນຫຼວງ​ປັກກິ່​ງ ​ເມື່ອ​ວັນ​ທີ 9/11, ໜັງສືພິມ​ຕ່າງ​ໆຂອງ​ຈີນ ​ໄດ້​ພ້ອມ​ກັນ​ລົ​ງພິມ​ຂ່າວ ​ແລະ ຮູບພາບທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ມາ​ຢ້ຽມຢາມ​ຈີນ, ​ເລີ່​ມຕົ້ນການ​ເຄື່ອນ​ໄຫວ​ສຳຄັນ​ຕ່າງໆ​ໃນ​ໄລຍະ​ຢູ່​ປັກ​ກິ​ງ ​ເປັນ​ເວລາ 3 ວັນ. ​ໂທລະພາ​ບສູນ​ກາງ​ຈີນ, ວິ​ທະ​ຍຸ​ກະຈາ​ຍສຽງ​ສາກົນ​ຈີນ, ສຳນັກ​ຂ່າວສານ​ຊີ​ນຮວາ, ໜັງສືພິມ​ເຢິນໝິນຈືປາວ…..ລ້ວນ​ແຕ່​ໄດ້​ສ່ອງ​​ແສ​ງ​ການ​ເຈລະຈາ​ລະຫວ່າງທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ. ສື່​ມວນ​ຊົນ​ຈີນ ຍັງ​ຄັດ​ສະ​ເໜີ​ຄຳ​ເວົ້າຂອງທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ ​ໂດຍ​​ຢືນຢັນ​ວ່າ: ພັກ, ລັດຖະບານ​ຈີນ ​ຖືການ​ພົວພັນ​ກັບ​ຫວຽດນາມ ​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງປະ​ເທດ ພັດທະນາ​ຢ່າງ​ຕັ້ງໜ້າ. ຈີນ ​ໃຫ້​ຄຳ​ໝັ້ນສັນຍາ​ຈະເດັດດ່ຽວຜ່ານ​ການ​ເຈລະຈາ​ເພື່ອ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ ​ແລະ ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງລອຍ​ກັນໃຫ້​ສົມ​ເຫ​ດສົມ​ຜົນ, ຮັກສາ​ຄວາມໝັ້ນຄົງ​ບົນ​ທະ​ເລ ​ແລະ ຮັກສາການ​ພົວພັນ​ສອງ​ຝ່າຍ./.

ຂ່າວ/ບົດ​ອື່ນ