ສື່ມວນຊົນຍີ່ປຸ່ນໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ

ສື່ມວນຊົນຍີ່ປຸ່ນໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ - ảnh 1
ກອງ​ປະ​ຊຸມ​ຄະ​ນະ​ກຳ​ມ​າ​ທິ​ການ​ຮ່ວມ​ມື​ຫວຽດ​ນາມ - ຍີ່​ປຸ່ນ ຄັ້ງ​ທີ 8
(ພາບ​ປະ​ກອບ: TTXVN)

(vovworld) - ວັນ​ທີ 06/05, ມີ​ສຳ​ນັກ​ຂ​່າວ​ສານ​ໃຫຍ່​ຫຼາຍ​ແຫ່ງຂອງ​ຍີ່​ປຸ່ນ ​ຄື: NHK, Kyodo, Mainichi, Jiji… ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Fumio Kishida.

        ສຳ​ນັກ​ຂ່າວ​ສານ Kyodo ໃຫ້​ຮູ້​ວ່າ, ເມື່ອ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່ານ Fumio Kishida ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ ແຈ້ງ​ໃຫ້​ຊາບ​ໝາກ​ຜົນ​ການ​ພົບ​ປະ​ກັນ​ການ​ນຳ​ຫວຽດ​ນາມ. ກ່ຽວ​ຂ້ອ​ງ​ເຖິງ​ຄຳ​ຖາມ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ເຊິ່ງ​ຈີນ ພວມ​ເພີ່ມ​ທະ​ວີ​ການ​​ເຄື່ອນ​ໄຫວ​ການ​ທະ​ຫານ​ຢູ່​ເຂດນີ້, ທ່ານ Fumio Kishida ເນັ້ນ​ໜັກ​ວ່າ “ພວກ​ຂ້າ​ພະ​ເຈົ້​າ​ໄດ້​ມີ​ຄວາມ​ຮັບ​ຮູ້​ລວມ​ນຳ​ກັນ​ວ່າ ເລື່ອງ​​ເຮັດ​ໃຫ້ປ່ຽນ​ແປງ​ສະ​ພາບ​ເດີມ​ພ​ຽງ​ລ​ຳ​ພັງ​ຝ່າຍດ​ຽວ​​ຢູ່ເຂດ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ການ​ກະ​ທຳ​ທີ່​​ເປັນ​ໜ້າວິ​ຕົກ​ກັງ​ວົນ​ຂອງ​ທັງ​ປະ​ຊາ​ຄົມ​ສາ​ກົນ ແລະ ​ກາ​ນ​ສົ່ງສ​ານ​ຮ່ວ​ມ​ຂອງ​ອາ​ຊຽນ ​ໄປ​ຍັງ​ທົ່ວ​ໂລກກ່ຽວ​ກັບ​ບັນ​ຫານີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ”.

        ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ຍີ່​ປຸ່ນ ເຊື້​ອ​ເຊີນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ເປີດກວ້າງ G7 ເຊິ່ງ​ໄດ້​ຈັດ​ຕັ້ງ​ໃນ​ລະ​ຫວ່າງວັນ​ທີ 26 – 27/05, ຢູ່​ຍີ່​ປຸ່ນ, ທ່ານ Fumio Kishida ຖື​ວ່າ, ນ​ີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຍີ່​ປຸ່ນ ດ້ວຍ​ຖາ​ນະ​ເປັນ​ປະ​ທານ​ G7 ​ໄດ້ຮັບ​ຟັງ​ບັນ​ດາ​ຂໍ້​ສະ​ເໜີ​ແນະ, ຄວາມປາດ​ຖະ​ໜາ ແລະ ບັນ​ດາ​ຂ​ໍ້​ສະ​ເໜີ​​ທີ່ອາດ​ຈ​ະ​ກາຍ​ເປັນ​ໂຄງ​ການ​ດຳ​ເນີນ​ງານ​ທີ່ກອງ​ປະ​ຊຸມ​ເປີດກວ້າງ G7 ຄັ້ງ​ນີ້.

        ​ສ່ວນສຳ​ນັກ​ຂ່າວ​ສານ Jiji ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ ແລະ ທ່ານ Fumio Kishida, 2 ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ຫາ​ຄວາມ​ໝັ້ນ​ຄົງໃນ​ການ​ເດີນ​ທະ​ເລ.

ຂ່າວ/ບົດ​ອື່ນ