ສື່ມວນຊົນຕ້ອງປະຕິບັດພາລະໜ້າທີ່ຕິດຕາມກວດກາແລະໄຈ້ແຍກຕີລາຄາເປັນຢ່າງດີ

ສື່ມວນຊົນຕ້ອງປະຕິບັດພາລະໜ້າທີ່ຕິດຕາມກວດກາແລະໄຈ້ແຍກຕີລາຄາເປັນຢ່າງດີ - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດຊາດ ຫວຽດ​ນ​າມ ຫງວຽນ​ທ້ຽນ​ເຍີນ ​ຢ້ຽມ​ຢາມ​ງານ​ບຸນ​ໜັງ​ສື​ພິມ ລະ​ດູ​ບານ​ໃໝ່​ປ​ີ​ມະ​ແມ 2015
(ພາ​ບ: VGP/Quang Hiếu)

(vovworld) – ​​ຕອນ​ເຊົ້າ​ວັນ​ທີ 10/2, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດຊາດ ຫວຽດ​ນ​າມ ຫງວຽນ​ທ້ຽນ​ເຍີນ ໄດ້​ໄປ​ຢ້ຽມ​ຢາມ​ງານ​ບຸນ​ໜັງ​ສື​ພິມ ລະ​ດູ​ບານ​ໃໝ່​ປ​ີ​ມະ​ແມ 2015. ເມື່ອ​ຢ້ຽມ​ຢາມ​ບັນ​ດາ​ຮ້ານ​ວາງ​ສະ​ແດງຂອງ​ບັນ​ດາ​ອົງ​ການ​ສື່​ມວນ​ຊົນ ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ສື່ມວນ​ຊົນ ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​ພ້ອ​ມ​ກັບ​ຊາດ ແລະ ພ້ອມ​ກັບ​ລະ​ດັບ​ພັດ​ທະ​ນາ​ເສດ​ຖະ​ກິດນັ້ນ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ແລະ ຄວາມ​ສາ​ມາດ​ແລກ​ປ່ຽນ​ຂໍ້​ມູນ​ຂ່​າວ​ສານກໍ່​ເພີ່ມ​ຂຶ້ນ​ສູງ, ນີ້​ທັງ​ແມ່ນ​ກາ​ລະ​ໂອ​ກາດ, ທັງ​ແມ່ນ​ການ​ທ້າ​ທາຍ​ສຳ​ລັບ​ສື່ມວນ​ຊົນ. ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ສື່ມວນ​ຊົນ ຕ້ອງ​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່ ​ຕິດ​ຕາມກວດ​ກາ ແລະ ໄຈ້​ແຍກຕີ​ລາ​ຄາ​ຂອງ​ຕົນ​ສຳ​ລັບ​ສັງ​ຄົມ​ເປັນ​ຢ່າງ​ດີ. ເມື່ອ​ມີ​ແຜນ​ນະ​ໂຍ​ບາຍ​ໃຫຍ່, ສື່ມວນ​ຊົນ​ຕ້ອງ​ແມ່ນ​ບ່ອນ​ຮັບ​ເອົາ​ຄຳ​ເ​ຫັນ​ຂອງ​ປະ​ຊາ​ຊົນ ແລະ ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້ ປະ​ຊາ​ຊົນ​ປະ​ກອບ​ຄຳ​ເຫັນ. ທ່ານ ຫງວຽນ​ທ້ຽນ​ເຍີນ ອວຍ​ພອ​ນ​ໃຫ້​ຖັນ​ແຖວ​ພະ​ນັກ​ງານ​ປະ​ຕິ​ບັດ​ວຽກ​ງານ​ສື່​​ມວນ​ຊົນ​ຈະ​ມີ​ຫົວ​ຄິດ​ປະ​ດິດ​ສ້າງຫຼາຍ​ຢ່າງ ແລະ ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ​ເພື່ອ​ສ່ອງ​ແສງ​ບັນ​ດາ​ດ້ານ​​ດີ, ກໍ່​ຄື​ດ້ານ​ອ່ອນ, ປະ​ກອບ​ສ່ວ​ນ​ນຳ​ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ​​ແບບ​ຍືນ​ຍົງ.

 


ຂ່າວ/ບົດ​ອື່ນ