ສື່ມວ​ນ​ຊົນ​ຕ່າງ​ປະ​ເທ​ດ: ຫວຽດ​ນາມ ຍົກ​ສູງ​ລະ​ດັບ​ຫັນ​ເປັນນຳ​ໃຊ້​ເຄື່ອງ​ຈັກ​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ

(VOVWORLD) -ບັນດານັກໄຈ້ແຍກໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນຕະຫຼາດເຄື່ອງຈັກກະສິກຳ ທີ່ພວມພັດທະນາຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ພວມຄ່ອຍໆຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19.
ສື່ມວ​ນ​ຊົນ​ຕ່າງ​ປະ​ເທ​ດ: ຫວຽດ​ນາມ ຍົກ​ສູງ​ລະ​ດັບ​ຫັນ​ເປັນນຳ​ໃຊ້​ເຄື່ອງ​ຈັກ​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ - ảnh 1ພາບປະກອບ: TTXVN

ວັນທີ 22 ມິຖຸນາ, ເວັບໄຊ prnewswire.com ໄດ້ລົງພິມບົດວິເຄາະ ຊຶ່ງໃຫ້ຮູ້ວ່າ ເລື່ອງລັດຖະບານ ຫວຽດນາມ ປະຕິບັດບັນດານະໂຍບາຍ ເພື່ອແນໃສ່ຫຼຸດຜ່ອນຄວາມເສຍຫາຍດ້ານກະສິກຳລົງ ໄດ້ປະກອບສ່ວນເຂົ້າໃນການຍົກສູງລະດັບການນຳໃຊ້ເຄື່ອງຈັກເຂົ້າໃນການຜະລິດກະສິກຳ.

ບັນດານັກໄຈ້ແຍກໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນຕະຫຼາດເຄື່ອງຈັກກະສິກຳ ທີ່ພວມພັດທະນາຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ພວມຄ່ອຍໆຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19. ຄວາມສາມາດໃນການສະໜອງສິນເຊື່ອພາຍໃນປະເທດ ນັບມື້ນັບເພີ່ມຂຶ້ນ ພ້ອມກັບການຍົກເວັ້ນພາສີອາກອນ ພວມຊຸກຍູ້ຂະແໜງນີ້ເຕີບໂຕ, ສຸມໃສ່ບັນດາການເຄື່ອນໄຫວໂຄສະນາການຕະຫຼາດ, ເປີດຕົວຜະລິດຕະພັນໃໝ່, ການພົວພັນຄູ່ຮ່ວມມື ແລະ ການຮ່ວມມື ໄດ້ຮັບຄວາມຫວັງວ່າ ຈະຊຸກຍູ້ຂະແໜງນີ້ໃຫ້ເຕີບໂຕໃນອະນາຄົດ. ໂດຍອີງໃສ່ລາຍຮັບຂອງການຂາຍສິນຄ້າໃນໄລຍະ 2020 - 2025, ຕະຫຼາດເຄື່ອງຈັກກະສິກຳ ຫວຽດນາມ ຄາດວ່າ ຈະບັນລຸອັດຕາການເຕີບໂຕປະຈຳປີ (CAGR) ຢູ່ໃນລະດັບ 6,4%.

ຕອບກັບ

ຂ່າວ/ບົດ​ອື່ນ