ສື່ມວນຊົນຟີລິບປິນ: ຫວຽດນາມ ໄດ້ສ້າງ “ສູດ” ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ

(VOVWORLD) -ເວບໄຊ The Manila Times ຂອງຟີລິບປິນ ສະບັບອອກວັນທີ 23 ມີນາ ໄດ້ລົງບົດຂຽນຕີລາຄາເລື່ອງຫວຽດນາມ ໄດ້ສ້າງ “ສູດ” ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ.
ສື່ມວນຊົນຟີລິບປິນ: ຫວຽດນາມ ໄດ້ສ້າງ “ສູດ” ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ - ảnh 1ບົດຂຽນຕີລາຄາເລື່ອງຫວຽດນາມ ໄດ້ສ້າງ “ສູດ” ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ
(ພາບ: TTXVN)

ຕາມບົດຂຽນແລ້ວ, ບັນດາມາດຕະການເຊິ່ງຫວຽດນາມ ນຳໃຊ້ເພື່ອຮັບມືກັບໂລກລະບາດໂຄວິດ-19 ໂດຍອີງໃສ່ບົດຮຽນແກ້ໄຂພະຍາດປອດບວມມໍລະນະ (SARS) ເມື່ອປີ 2003. ທາງດ້ານພື້ນຖານ, “ສູດ” ສະກັດກັ້ນໂລກລະບາດຂອງຫວຽດນາມ ລວມມີ 4 ຈຸດຄື:

        ທີ 1, ພາຍຫຼັງສັງເກດເກີດຄວາມສຽງກ່ຽວກັບໂລກລະບາດ, ລັດຖະບານໄດ້ໜູນຊ່ວຍວຽກງານຄົ້ນຄວ້າ ແລະ ພັດທະນາບັນດາວິທີການປິ່ນປົ່ວ ກໍຄືວັດຖຸອຸປະກອບການແພດພາຍໃນປະເທດ. ບັນດານັກວິທະຍາສາດຫວຽດນາມ ກໍ່ຄົ້ນຄວ້າ ແລະ ທົດລອງວັກຊິນກັນພະຍາດໂຄວິດ-19 ເອງ.

        ທີ 2, ຫວຽດນາມ ນຳໃຊ້ມາດຕະການປິດປະຕູດ່ານຊາຍແດນໃນໄລຍະສັ້ນ, ຈຳກັດການໄປມາເພື່ອສະກັດກັ້ນໂລກລະບາດໂຄວິດ-19 ແຜ່ລະບາດ. ລັດຖະບານກໍ່ເພີ່ມບັນດາບ້ວງເງິນໜູນຊ່ວຍສັງຄົມ, ແຈກຢ່າຍທັນຍາຫານເຖິງແຕ່ລະຄອບຕົວໃນເຂດຖືກປິດລ້ອມ.

        ທີ 3, ຫວຽດນາມ ໄດ້ສ້າງ ແລະ ຜັນຂະຫຍາຍລະບົບຊອກຫາຜູ້ທີ່ສຳພັດກັບຄົນເຈັບໂດຍລວມສູນ, ຊັດເຈນ ແລະ ເຖິງທອງໂດຍທັນທີ.

        ທີ 4, ອຳນາດການປົກຄອງກໍ່ດຳເນີນການແຍກຕົວບັນດາກໍລະນີຕິດເຊື້ອພະຍາດໂຄວິດ-19 ຢ່າງເຖິງທອງ ເພື່ອຕິດຕາມ ແລະ ປິ່ນປົ່ວຢູ່ບັນດາຮາກຖານສາທາລະນະສຸກຂອງລັດ. ບັນດາກໍລະນີ F1 ກໍ່ຮຽກຮ້ອງໃຫ້ແຍກຕົວ.

        ຕາມບົດຂຽນແລ້ວ, ເຖິງວ່າຫວຽດນາມ ຍັງຈຳກັດການເຂົ້າເມືອງກໍ່ຕາມ, ແຕ່ຢູ່ພາຍໃນປະເທດ, ບັນດາການເຄື່ອນໄຫວທາງດ້ານເສດຖະກິດ ແລະ ການໄປມາຂອງປະຊາຊົນຍັງດຳເນີນໄປເປັນປົກກະຕິ. ລັດຖະບານຫວຽດນາມ ໄດ້ດຳເນີນບັ້ນໂຄສະນາຢ່າງຕັ້ງໜ້າເພື່ອໂຄສະນາການທ່ອງທ່ຽວຢູ່ພາຍໃນປະເທດ ແນໃສ່ຊຸກຍູ້ພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ