ສື່ມວນຊົນລາວ ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ລາວ ຂອງປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ

(VOVWORLD) -ບັນດາບົດຂຽນໄດ້ເນັ້ນໜັກວ່າ, ການຢ້ຽມຢາມ ລາວ ໃນຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະແດງໃຫ້ເຫັນລັກສະນະພິເສດຂອງພິເສດ ໃນການພົວພັນລະຫວ່າງ 2 ປະເທດ
ສື່ມວນຊົນລາວ ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ລາວ ຂອງປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ - ảnh 1ໜັງສືພິມໃຫຍ່ຂອງ ລາວ ໄດ້ລົງຫຼາຍຂ່າວ, ບົດ, ພາບຖ່າຍໃນໜ້າໜຶ່ງ ກ່ຽວກັບການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ
(ພາບ: nhandan.vn)

ໃນຊຸມມື້ຜ່ານມາ, ບັນດາໜັງສືພິມໃຫຍ່ຂອງ ລາວ ຄື: ປະຊາຊົນ, ປະເທດລາວ Daily, ວຽງຈັນໃໝ່, ວຽງຈັນ Times ລ້ວນແຕ່ໄດ້ລົງຫຼາຍຂ່າວ, ບົດ, ພາບຖ່າຍໃນໜ້າໜຶ່ງ ກ່ຽວກັບການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ບັນດາບົດຂຽນກ່ຽວກັບຄວາມໝາຍຂອງການຢ້ຽມຢາມສຳລັບການພົວພັນລະຫວ່າງ 2 ປະເທດ.

        ບັນດາບົດຂຽນໄດ້ເນັ້ນໜັກວ່າ, ການຢ້ຽມຢາມ ລາວ ໃນຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະແດງໃຫ້ເຫັນລັກສະນະພິເສດຂອງພິເສດ ໃນການພົວພັນລະຫວ່າງ 2 ປະເທດ, ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງ 2 ພັກ, 2 ລັດ ໃນການຮັກສາທ່າພັດທະນາການພົວພັນ 2 ຝ່າຍ. ໜັງສືພິມ ປະເທດລາວ Daily ກໍ່ລົງພິມຄຳຕອບສຳພາດຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໃນນັ້ນ, ຢືນຢັນວ່າ, ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ ລາວ ຈະຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນກັບສະພາແຫ່ງຊາດ ຫວຽດນາມ ໃນການເສີມຂະຫຍາຍສາຍພົວພັນແບບພິເສດທີ່ຫາຍາກລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບບັນລຸປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ