ສື່ມວນຊົນສິງກະໂປ ຕີລາຄາສູງກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(VOVWORLD) - ໃນຂະນະນັ້ນ, ສື່ເອເລັກໂຕນິກ Channel News Asia ມີບົດຂຽນດ້ວຍຫົວຂໍ້ວ່າ “ສິງກະໂປ ແລະ ຫວຽດນາມ ລົງນາມ ໃນຂໍ້ຕົກລົງ 6 ສະບັບເພື່ອການເພີ່ມທະວີການຮ່ວມມື”
ສື່ມວນຊົນສິງກະໂປ ຕີລາຄາສູງກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ - ảnh 1 ນາຍົກລັດຖະມົນຕີ 2 ປະເທດເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງ 6 ສະບັບ

ເນື່ອງໃນໂອກາດການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເລີ່ມຕົ້ນແຕ່ວັນທີ 25 ເມສາ, ສື່ມວນຊົນປະເທດນີ້ໄດ້ມີຫຼາຍບົດຂຽນສ່ອງແສງຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ກໍ່ຄື ຕີລາຄາສູງບັນດາໝາກຜົນລະອຽດທີ່ບັນລຸໄດ້ພາຍຫຼັງການເຈລະຈາລະຫວ່າງນາຍົກລັດຖະມົນຕີ 2 ທ່ານ. ໜັງສືພິມ Straits Times ໄດ້ຊີ້ແຈ້ງວ່າ ສິງກະໂປ ແລະ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງຫຼາຍສະບັບເພື່ອແນໃສ່ການຮ່ວມມື 2 ຝ່າຍໃນບັນດາຂົງເຂດຄື ປົກປັກຮັກສາສິ່ງແວດລ້ອມ, ຕິດຕາມກວດກາທະນາຄານ, ເຕັກໂນໂລຊີການເງິນ…

        ໃນຂະນະນັ້ນ, ສື່ເອເລັກໂຕນິກ Channel News Asia ມີບົດຂຽນດ້ວຍຫົວຂໍ້ວ່າ “ສິງກະໂປ ແລະ ຫວຽດນາມ ລົງນາມ ໃນຂໍ້ຕົກລົງ 6 ສະບັບເພື່ອການເພີ່ມທະວີການຮ່ວມມື”, ໃນນັ້ນເນັ້ນໜັກວ່າ ນີ້ແມ່ນໝາກຜົນສຳຄັນໃນການຢ້ຽມຢາມສິງກະໂປຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ.

ສື່ເອເລັກໂຕນິກ Channel News Asia ກໍ່ໄດ້ເຕື້ອງເຖິງການເຈລະຈາລະຫວ່າງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ, ໃນນັ້ນ, ການນຳ 2 ທ່ານໄດ້ຢັ້ງຢືນເຖິງການພົວພັນລົງທຶນ ແລະ ການຄ້າຢ່າງເລິກເຊິ່ງ ກ້ວາງຂວາງ ຈະສ້າງເປັນເສົາຄ້ຳສຳຄັນໃນການພົວພັນ 2 ຝ່າຍ ແລະ ເຫັນດີເປັນເອກະພາບຈັດຕັ້ງບັນດາເຫດການເພື່ອເພີ່ມທະວີການພົວພັນແລກປ່ຽນດ້ານການເມືອງ, ການຄ້າ ແລະ ປະຊາຊົນ ລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ