ສື່ມວນຊົນສວມບົດບາດສຳຄັນໃນການປ່ຽນໃໝ່ເຕັກໂນໂລຊີຂອງວິສາຫະກິດເມື່ອເຊື່ອມໂຍງ
(ທ່ານລັດຖະມົນຕີວ່າການກະຊວງວິທະຍາສາດ
ແລະ ເຕັກໂນໂລຊີ ຫງວຽນກວນ)
(vovworld) – ສື່ມວນຊົນສວມບົດບາດສຳຄັນໃນການປ່ຽນໃໝ່ເຕັກໂນໂລຊີຂອງວິສາຫະກິດເມື່ອເຊື່ອມໂຍງ. ນີ້ແມ່ນເນື້ອໃນເຊິ່ງທ່ານລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫງວຽນກວນ ເນັ້ນໜັກເຖິງ ທີ່ກອງປະຊຸມເພີ່ມທະວີວຽກການສື່ສານວິທະຍາສາດ, ເຕັກໂນໂລຊີ ຢູ່ເຂດພາກໃຕ້ຫວຽດນາມ, ເຊິ່ງດຳເນີນໄປໃນວັນທີ 25/08, ຢູ່ນະຄອນໂຮ່ຈິມິນ. ຕາມທ່ານ ຫງວຽນກວນ ແລ້ວ, ເລື່ອງນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດໃນບັນດາວິສາຫະກິດຫວຽດນາມ ຍັງຖືກຈຳກັດຢູ່. ສະນັ້ນ, ໃນຊຸມປີຈະມາເຖິງ, ເລື່ອງໂຄສະນາການປ່ຽນໃໝ່, ປັບປຸງເຕັກໂນໂລຊີແມ່ນມີຄວາມສຳຄັນຍິ່ງ ເພື່ອຈຳກັດຄວາມແຕກໂຕນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເມື່ອທຽບໃສ່ບັນດາປະເທດໃນໂລກ. ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມ ໄດ້ເປັນເອກະພາບກັນວ່າ ເລື່ອງປ່ຽນໃໝ່ເຕັກໂນໂລຊີແມ່ນມີລັກສະນະຄວາມ “ເປັນຕ່າຍ” ສຳລັບວິສາຫະກິດໃນໄລຍະເຊື່ອມໂຍງເຂົ້າກັບສາກົນ.