ສື່ມວນຊົນສາກົນ “ຖອດລະຫັດ” ຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນສຳລັບຜົນສຳເລັດຂອງຫວຽດນາມ

(VOVWORLD) -ເຖິງວ່າປີ 2020 ເສດຖະກິດຈະຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19, ແຕ່ ຫວຽດນາມ ຍັງນອນໃນ Top 10 ປະເທດທີ່ມີການເຕີບໂຕ GDP ສູງທີ່ສຸດໃນໂລກ
ສື່ມວນຊົນສາກົນ “ຖອດລະຫັດ” ຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນສຳລັບຜົນສຳເລັດຂອງຫວຽດນາມ - ảnh 1(ນັກຂ່າວຍີ່ປຸ່ນ ເຮັດວຽກຢູ່ສູນສື່ມວນຊົນຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ)

ຕາມການຕີລາຄາຂອງວາລະສານ The Economist ແລ້ວ, ເຖິງວ່າປີ 2020 ເສດຖະກິດຈະຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19, ແຕ່ ຫວຽດນາມ ຍັງນອນໃນ Top 10 ປະເທດທີ່ມີການເຕີບໂຕ GDP ສູງທີ່ສຸດໃນໂລກ ແລະ ແມ່ນໜຶ່ງໃນຈຳນວນ 16 ພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນດີທີ່ສຸດໃນປີ. ຊີວິດການເປັນຢູ່ຂອງປະຊາຊົນນັບທັງທາງດ້ານວັດຖຸ ແລະ ຈິດໃຈໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ, ລາຍຮັບສະເລ່ຍຕໍ່ຫົວຄົນປີ 2020 ບັນລຸປະມານ 2.750 USD/ປີ.

        ສຳນັກຂ່າວສານ Reuters ຂອງອັງກິດ ມີບົດຂຽນຫຼາຍບົດໄດ້ບັນທຶກຄວາມໃນໃຈຂອງປະຊາຊົນຫວຽດນາມ ຕໍ່ໜ້າເຫດການໃຫຍ່ຂອງປະເທດຊາດ. ນັ້ນແມ່ນຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳພາຂອງພັກ, ຄວາມຫວັງກ່ຽວກັບກອງປະຊຸມໃຫຍ່ບັນລຸຜົນສຳເລັດ, ປະກອບສ່ວນປັບປຸງບົດບາດນຳພາຂອງພັກ ແລະ ນຳໃຊ້ບັນດາຜົນງານໃນການພັດທະນາເສດຖະກິດ, ສັງຄົມບັນລຸຜົນສຳເລັດ. ແຫຼ່ງຂ່າວກໍ່ໄດ້ຄັດຄຳເວົ້າຂອງທ່ານ ເຈິ່ນຊີ້ເຈືອງ, ອະດີດທີ່ປຶກສາເສດຖະກິດ ແລະ ນະໂຍບາຍເງິນຕາຂອງຄະນະກຳມະການທະນາຄານສະພາສູງອາເມລິກາ ໂດຍເນັ້ນໜັກວ່າ:

        “ມີວິສາຫະກິດຫຼາຍແຫ່ງໄດ້ຫັນແຫຼ່ງທຶນມາຫວຽດນາມ. ກະແສ FDI ນັ້ນໄດ້ສ້າງກຳລັງໜູນໃຫ້ແກ່ຫວຽດນາມ ໃນປີຜ່ານມາ ເພື່ອບັນລຸລະດັບການເຕີບໂຕ GDP ເປັນບວກ ແລະ ສືບຕໍ່ເຕີບໂຕດີໃນປີ 2021. ນີ້ແມ່ນທ່າແຮງເຊິ່ງປະເທດຫວຽດນາມ ມີຄວາມຕ້ອງການ”.

        ວາລະສານອາຊີ (Asia Times) ມີສຳນັກງານຕັ້ງຢູ່ຮົ່ງກົງ (ຈີນ) ກໍ່ໄດ້ລົງບົດຂຽນອະທິບາຍກ່ຽວກັບຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນຢູ່ຫວຽດນາມ, ດ້ວຍສິ່ງພິສູດຢ່າງຈະແຈ້ງທີ່ສຸດແມ່ນເລື່ອງລາວກ່ຽວກັບຜົນສຳເລັດຂອງຫວຽດນາມ ໃນການຄວບຄຸມໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ