ສື່ມວນຊົນສາກົນຕຳໜິຕິຕຽນເລື່ອງຈີນຕັ້ງຮ້ານເຈາະນ້ຳມັນໃນເຂດນານທະເລທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມ

ສື່ມວນຊົນສາກົນຕຳໜິຕິຕຽນເລື່ອງຈີນຕັ້ງຮ້ານເຈາະນ້ຳມັນໃນເຂດນານທະເລທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມ - ảnh 1
ຈີນນຳຮ້ານ​ເຈາະ​ນ້ຳມັນ ໄຮ​ຢາງ 981 ​ເຄື່ອນໄຫວໃນ​ເຂດ​ນານ​ທະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ

(vovworld)- ບັນດາ​ການ​ຜັນ​ແປ​ໃໝ່​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໄດ້​ກາຍ​ເປັນ​ຈຸດ​ໃຈກາງ​ໃນ​ການ​ວິຈານ​ຂອງ​ສື່​ມວນ​ຊົນ​ສາກົນ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ.   ບັນດາ​ສຳ​ນັກ​ຂ່າວສານ​ໃຫຍ່​ຄື : AP, AFP, Reuters, ວໍ​ຊິ​ຕັນ​ໂພດ...ກໍ​ລ້ວນ​ແຕ່​ໃຫ້​ຂໍ້​ສັງ​​ເກດ​ເຊ່ັນ​ດຽວ​ກັນ​ກ່ຽວ​ກັບ​ກໍລະນີ​ຝ່່າຍຈີນຕັ້ງຮ້ານ​ເຈາະ​ນ້ຳມັນ ໄຮ​ຢາງ 981 ​ໃນ​ເຂດ​ນານ​ທະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ, ອັນ​ໄດ້​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ປີນ​ຂັ້ນ​ໄດ. ຕີ​ລາຄາ​ການ​ກະທຳ​ຂອງ​ຈີນ​ແມ່ນ​ໜຶ່ງ​ໃນບັນດາ​ບາດກ້າວ​ເດີນ​ທີ່​ເກາະ​ຜິດ, ໜັງສືພິມ NewYork Times, Wall Steet Journal ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ເຫດການ​ທີ່​ເຄັ່ງ​ຕຶງ​ທີ່​ສຸດ​ລະຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີ​ມໍ່​ໆມາ​ນີ້ ​ແລະ ກໍລະນີ​ນີ້ ອາດ​ຈະ​ພາ​ໄປ​ເຖິງ​ບັນດາ​ການ​ປະ​ທະ​ກັນ​ທີ່​ຮ້າຍ​ແຮງ​ກວ່າ. ຢູ່​ນິວ​ເດ​ລີ, ນັກ​ຂ່າວອິນ​ເດຍ Chaudhury ​ໄດ້​ມີ​ບົດ​ຂຽນ​ລົງ​ພິມ​ໃນ​ໜັງສືພິມ “ ​ເສດຖະກິດ​ທາຍ” ​ເມື່ອ​ວັນ​ທີ 7/5 ກໍ​ຍັງ​ຖື​ວ່າ ​ເລື່ອງ​ຈີນຕັ້ງຮ້ານ​ເຈາະ​ນ້ຳມັນ ໄຮ​ຢາງ 981 ​ໃນ​ເຂດ​ນານ​ທະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ແມ່ນ​ເພື່ອ​ແນ​ໃສ່​ຊອກ​ວິທີ​ກໍ່​ກຳລັງ​ດັນ. ນັກ​ຂ່າວ​ຄົນ​ນີ້​ຊີ້​ແຈ້ງວ່າ : ການ​ປະກາດ​ອະທິປະ​ໄຕ​ຂອງ​ຈີນ​ໄດ້​ປະສົບ​ກັບ​ການ​ຄັດຄ້ານ​ຢ່າງ​ກ້ວາງ​ຂວາງ​ຈາກ​ສາກົນ ​ແລະ ​ເປັນ​ສິ່ງ​ກີດຂວາງ​ຕໍ່​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ