ສື່ມວນຊົນສາກົນລໍຄອຍການຜັນແປຂອງຂອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2

(VOVWORLD) -ວັນທີ 26 ກຸມພາ, ບັນດາສຳນັກຂ່າວສານຕ່າງປະເທດ ລ້ວນແຕ່ລະແດງຄວາມລໍຄອຍຕໍ່ບັນດາການຜັນແປຂອງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2, ພາຍຫຼັງທ່ານປະທານາທິບໍດີອາເມລິກາ ມາຫວຽດນາມ.

ສື່ມວນຊົນສາກົນລໍຄອຍການຜັນແປຂອງຂອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 - ảnh 1ບັນດາສຳນັກຂ່າວສານຕ່າງປະເທດ ລ້ວນແຕ່ລະແດງຄວາມລໍຄອຍຕໍ່ບັນດາການຜັນແປ

ຂອງກອງປະຊຸມສຸດຍອດຄັ້ງນີ້

(ພາບປະກອບ)

ສຳນັກຂ່າວສານ AP ຂອງອາເມລິກາ ໃຫ້ຮູ້ວ່າ, ບັນດາການພົບປະໃນລະຫວ່າງວັນທີ 27 – 28 ກຸມພາ ຂອງການນຳອາເມລິກາ - ສປປ.ເກົາຫຼີ ຈະສຸມໃສ່ເຂົ້າໃນຄວາມມານະພະຍາຍາມສ້າງລາຍລະອຽດຂໍ້ຕົກລົງທີ່ບັນລຸໄດ້ໃນການພົບປະເມື່ອເດືອນ ມີຖຸນາ 2018 ຢູ່ສິງກະໂປ.

        ໃນຂະນະນັ້ນ, ສຳນັກຂ່າວສານ AFP ຂອງຝລັ່ງ ໄດ້ຢ້ຳຄືນເນື້ອໃນຂອງຜູ້ນຳທຳນຽບຂາວ ທີ່ລົງໃນສື່ສັງຄົມອອກລາຍ Twitter ກ່ອນທີ່ເດີນທາງ ດ້ວຍສານຕັ້ງໜ້າທີ່ວ່າ “ລໍຄອຍກອງປະຊຸມສຸດຍອດບັນລຸໄດ້ໝາກຜົນດີ”.

        ສ່ວນສຳນັກຂ່າວສານ Yonhap ຂອງສ.ເກົາຫຼີ ໃຫ້ຮູ້ວ່າ, ຕາມແຜນການ, ຄາດວ່າ ທ່ານ Donald Trump ຈະພົບປະກັບການນຳສປປ.ເກົາຫຼີ Kim Jong un ເພື່ອຊອກຫາຂໍ້ຕົກລົງກ່ຽວກັບການຍົກເລີກໂຄງການນິວເຄຼຍຂອງພຽງຢາງ ເພື່ອແລກເອົາເລື່ອງ ວໍຊິງຕັນ ຈະມີບັນດາການກະທຳຕອບຄືນທີ່ທຽບເທົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ