ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ

(VOVWORLD) -ກອງປະຊຸມສຳມະນາເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສະມາຄົມນັກຂ່າວ ແລະ ສື່ມວນຊົນ 2 ປະເທດກວ່າອີກ ຕາມເນື້ອໃນຈິດໃຈເອກະສານທີ່ໄດ້ລົງນາມລະຫວ່າງ 2 ຝ່າຍ
ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ - ảnh 1 (ກອງປະຊຸມສຳມະນາ)

ໃນລະຫວ່າງວັນທີ 25 – 27 ກໍລະກົດ, ຢູ່ເທດສະບານ ເກືອລໍ່, ແຂວງເງະອານ, ຫວຽດນາມ ພວມດຳເນີນກອງປະຊຸມສຳມະນາສາກົນ ໂດຍສະມາຄົມນັກຂ່າວຫວຽດນາມ ແລະ ສະມາຄົມນັກຂ່າວລາວ ສົມທົບກັນຈັດຕັ້ງ ດ້ວຍຫົວຂໍ້ “ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ”.

ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ - ảnh 2 (ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)

ກອງປະຊຸມສຳມະນາເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສະມາຄົມນັກຂ່າວ ແລະ ສື່ມວນຊົນ 2 ປະເທດກວ່າອີກ ຕາມເນື້ອໃນຈິດໃຈເອກະສານທີ່ໄດ້ລົງນາມລະຫວ່າງ 2 ຝ່າຍ; ຍົກສູງຄຸນນະພາບການຮ່ວມມືລະຫວ່າງສະມາຄົມນັກຂ່າວຫວຽດນາມ ກັບສະມາຄົມນັກຂ່າວລາວ ແລະ ບັນດາອົງການສື່ມວນຊົນຂອງ 2 ປະເທດກວ່າອີກ.

ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ - ảnh 3 (ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV ຖືວ່າ, ຜົນກະທົບຂອງເຕັກໂນໂລຊີ, ສື່ສັງຄົມອອນລາຍຕໍ່ບັນດາອົງການສື່ມວນຊົນ ແລະ ມະຫາຊົນນັບມື້ນັບໃຫຍ່ຫຼວງ, ສິ່ງນີ້ທັງແມ່ນສິ່ງທ້າທາຍ, ທັງແມ່ນກາລະໂອກາດອັນໃຫຍ່ຫຼວງສຳລັບສື່ມວນຊົນ ແລະ ນັບທັງສັງຄົມ. ທ່ານ ຫງວຽນເທ໊ກີ໋, ກ່າວວ່າ.

        “ໃນສັງກາດດີຈີຕອນ, ຍາມໃດນັກຂ່າວກໍ່ຢູ່ໃນທ່າກຽມພ້ອມ, ເຮັດວຽກງານບໍ່ວ່າຢູ່ແຫ່ງຫົນໃດ, ເວລາໃດ. ນອກຈາກປັດໃຈຂໍ້ມູນຂ່າວສານຕ້ອງໃໝ່ອ່ຽມ, “ຮ້ອນເຮັ່ງ”, ໄວ, ຊັດເຈນ, ກໍ່ລ້ວນແຕ່ຮຽກຮ້ອງໃຫ້ບັນດານັກຂ່າວຕ້ອງຊອກຫາສິ່ງໃໝ່, ຈຳເປັນ, ມີປະໂຫຍດ, ມີມະນຸດສະທຳເຊິ່ງມະຫາຊົນມີຄວາມສົນໃຈ. ໃນສັງກາດດີຈີຕອນ, ສື່ມວນຊົນ, ການກະຈາຍສຽງ, ໂທລະພາບພາກລັດ, ແມ່ນບັນດາເຄື່ອງມືສຳຄັນທີ່ໄດ້ນຳໃຊ້ເພື່ອປະຕິບັດບົດບາດໜ້າທີ່ໂຄສະນາ, ສຶກສາອົບຮົມ, ເຊື່ອມຕໍ່, ແບ່ງປັນຂໍ້ມູນຂ່າວສານ… ທາງອິນເຕີແນັດ ແລະ ບັນດາຮູບແບບສື່ມວນຊົນໃໝ່ຄື Facebook ແລະ Twitter”.

ຕອບກັບ

ຂ່າວ/ບົດ​ອື່ນ