ສື່ມວນຊົນອັງກິດ:ທ່ານນາງນາຍົກລັດຖະມົນຕີ TheresaMayກະກຽມການປະຕິຮູບຄະນະລັດຖະບານ

(VOVWORLD) -ຫນັງສືພິມ Sunday Times ຂອງອັງກິດ ຫາກໍ່ໃຫ້ຂ່າວວ່າ: ທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May ຈະປະກາດການປ່ຽນແປງຈຳນວນຫນຶ່ງໃນຄະນະລັດຖະບານໃນ ວັນທີ 8 ມັງກອນ ຈະມາເຖິງ.

ສື່ມວນຊົນອັງກິດ:ທ່ານນາງນາຍົກລັດຖະມົນຕີ TheresaMayກະກຽມການປະຕິຮູບຄະນະລັດຖະບານ - ảnh 1 ທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May

ພາບ:vietnam+

ເຖິງຢ່າງໃດກໍຕາມ, ບັນດາທ່ານລັດຖະມົນຕີການຕ່າງປະເທດ, ກະຊວງພາຍໃນ, ກະຊວງການເງິນ ແລະ ລັດຖະມົນຕີຮັບຜິດຊອບບັນຫາຖອນອອກຈາກ ສະຫະພາບເອີລົບ (Brexit) ຈະບໍ່ມີການປ່ຽນແປງ.

ຄາດວ່າ ທ່ານນາງ May ຈະປະກາດຕຳແຫລ່ງລັດຖະມົນຕີຜູ້ທີ່ຫນຶ່ງ ພາຍຫລັງທ່ານ Damian Green ລາອອກຈາກຕຳແຫນ່ງໃນເດືອນຜ່ານມາ.

ຕາມຫນັງສືພິມ Sunday Times ແລ້ວ, ເຈົ້າຫນ້າທີ່ຈຳນວນຫນຶ່ງໃນຄະນະລັດຖະບານອັງກິດ ຈະຖືກປົດຕຳແຫນ່ງຫລືຖືກປ່ຽນແທນ ລວມມີ: ປະທານພັກນິຍົມຮັກສາເດີມ ທ່ານ Patrick Mc Loughlin, ລັດຖະມົນຕີກະຊວງສຶກສາ Justine Greening ແລະ ລັດຖະມົນຕີກະຊວງການຄ້າ Greg Clark.

ຕອບກັບ

ຂ່າວ/ບົດ​ອື່ນ