(vovworld) – ກ່າວຄວາມເຫັນທີ່ກອງປະຊຸມໃຫຍ່ສະມາຄົມນັກຂ່າວຫວຽດນາມ ຄັ້ງທີ 10, ເຊິ່ງດຳເນີນຢູ່ຮ່າໂນ້ຍ, ໃນຕອນເຊົ້າວັນທີ 9/8. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຍ້ອງຍໍການປະກອບສ່ວນຢ່າງໃຫຍ່ຫຼວງຂອງສື່ມວນຊົນທົ່ວປະເທດ, ກໍ່ຄືຂອງສະມາຄົມນັກຂ່າວຫວຽດນາມ ໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮຽກຮ້ອງວ່າ, ໃນສະພາບການໃໝ່, ສື່ມວນຊົນຕ້ອງເສີມຂະຫຍາຍມູນເຊື້ອ, ແກ້ໄຂສິ່ງທີ່ຈຳກັດ ເພື່ອປະຕິບັດສຳເລັດໜ້າທີ່ການເມືອງຂອງຕົນ, ກາຍເປັນຂົວຕໍ່ລະຫວ່າງພັກ, ລັດ ແລະ ປະຊາຊົນຢ່າງແທ້ຈິງ. ກ່ຽວກັບການເຄື່ອນໄຫວຂອງສະມາຄົມນັກຂ່າວຫວຽດນາມ ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ສະເໜີວ່າ:
“ສະມາຄົມນັກຂ່າວທຸກຂັ້ນຕ້ອງເອົາໃຈໃສ່ເປັນພິເສດເຖິງໜ້າທີ່ສາມັກຄີ, ເຕົ້າໂຮມສະມາຊິກສະມາຄົມ, ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ, ດ້ວຍການປະຕິບັດຂໍ້ກຳນົດ, ຄຸນສົມບັດຂອງນັກຂ່າວຫວຽດນາມ ເພື່ອກໍ່ສ້າງຖັນແຖວນັກຂ່າວໃຫ້ມີຈັນຍາບັນອາຊີບຢ່າງປອດໄສ, ມີລະດັບວິຊາສະເພາະສູງ, ມີຫົວຄິດປະດິດສ້າງ, ມີບັນດາບົດປະພັນສື່ມວນຊົນທີ່ມີຄຸນຄ່າດ້ານເນື້ອໃນ, ແນວຄິດ ແລະ ມີວິທີສະແດງຢ່າງອຸດົມສົມບຸນ, ສ້າງຄວາມດຶງດູດ. ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງ, ອົງການສື່ມວນຊົນ, ຮາກຖານບຳລຸງສ້າງ ເພື່ອຍົກສູງບົດບາດ, ທີ່ຕັ້ງ, ຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະມາຄົມ“.
ກອງປະຊຸມໃຫຍ່ໄດ້ສະເໜີ ແລະ ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກຂ່າວຫວຽດນາມ. ນັກຂ່າວ ທ້ວນຫື້ວ, ບັນນາທິການໃຫຍ່ໜັງສືພິມປະຊາຊົນ, ປະທານສະມາຄົມນັກຂ່າວຫວຽດນາມ ຊຸດທີ 9 ສືບຕໍ່ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມນັກຂ່າວຫວຽດນາມ ຊຸດທີ 10.