ສຸມແຫຼ່ງທຶນໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ໂດຍສະເພາະແມ່ນບັນດາຂົງເຂດໃຫ້ບຸລິມະສິດ

(VOVWORLD) -ໃນ 2 ເດືອນຕົ້ນປີ 2023, ທະນາຄານແຫ່ງລັດ ໄດ້ຮັກສາລະດັບດອກເບ້ຍບໍລິຫານເປັນປົກກະຕິ
ສຸມແຫຼ່ງທຶນໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ໂດຍສະເພາະແມ່ນບັນດາຂົງເຂດໃຫ້ບຸລິມະສິດ - ảnh 1ທີ່ການຖະແຫຼງຂ່າວ
(ພາບ: dangcongsan.vn)

        ໃນການບໍລິຫານດອກເບ້ຍ, ໃນ 2 ເດືອນຕົ້ນປີ 2023, ທະນາຄານແຫ່ງລັດ ໄດ້ຮັກສາລະດັບດອກເບ້ຍບໍລິຫານເປັນປົກກະຕິ ເພື່ອຮັກສາດອກເບ້ຍຕະຫຼາດໃຫ້ເປັນປົກກະຕິ ໃນສະພາບບອກເບ້ຍໂລກສືບຕໍ່ເພີ່ມຂຶ້ນ ແລະ ຢູ່ລະດັບສູງ, ຄວາມກົດດັນໄພເງິນເຟີ້ຢູ່ພາຍໃນປະເທດເພີ່ມຂຶ້ນ.

        ໃນການບໍລິຫານອັດຕາເງິນຕາ, ທະນາຄານແຫ່ງລັດ ສືບຕໍ່ດັດປັບອັດຕາແລກປ່ຽນເງິນຕາຢ່າງມີໄຫວພິບ, ສອດຄ່ອງກັບສະພາບການຂອງຕະຫຼາດຢູ່ພາຍໃນປະເທດ ແລະ ສາກົນ. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາທີ່ການຖະແຫຼງຂ່າວແຈ້ງຂໍ້ມູນໝາກຜົນການເຄື່ອນໄຫວຂອງທະນາຄານໃນໄຕມາດທີ 1 ປີ 2023, ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 31 ມີນາ, ຢູ່ ຮ່າໂນ້ຍ.

        ທ່ານ ຟ້າມຈີກວາງ, ຫົວໜ້າກົມນະໂຍບາຍເງິນຕາ, ໃຫ້ຮູ້ວ່າ:

        “ບົນພື້ນຖານສັນຍານຂອງຕະຫຼາດເຊິ່ງພວກຂ້າພະເຈົ້າເຫັນແມ່ນສາມາດກຳນົດທິດຕະຫຼາດການເງິນຢູ່ ຫວຽດນາມ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ເປັນເຈົ້າການໄປກ່ອນ, ຫຼຸດຜ່ອນດອກເບ້ຍນະໂຍບາຍ, ນີ້ແມ່ນບາດກ້າວສຳຄັນທີ່ສຸດເພື່ອກຳນົດທິດການບໍລິຫານຂອງລັດຖະບານ, ທະນາຄານແຫ່ງລັດ ໃນການຄວບຄຸມໄພເງິນເຟີ້, ຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ”.

        ກ່ຽວກັບການດັດປັບບ້ວງສິນເຊື່ອ, ບົນພື້ນຖານເປົ້າໝາຍການເຕີບໂຕເສດຖະກິດປີ 2023 ປະມານ 6,5% ແລະ ໄພເງິນເຟີ້ປະມານ 4,5% ເຊິ່ງສະພາແຫ່ງຊາດ, ລັດຖະບານ ວາງອອກ, ທະນາຄານແຫ່ງລັດ ກຳນົດທິດການເຕີບໂຕບ້ວງສິນເຊື່ອປີ 2023 ປະມານ 14-15%, ມີການດັດປັບໃຫ້ສອດຄ່ອງກັບການຜັນແປ, ສະພາບການຕົວຈິງ, ປະກອບສ່ວນຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ໜູນຊ່ວຍການເຕີບໂຕເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ