ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ໂຄງການເຂດເຕັກໂນໂລຊີສູງ ຮ່ວາຫຼາກ

ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ໂຄງການເຂດເຕັກໂນໂລຊີສູງ ຮ່ວາຫຼາກ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ)

(vovworld) –  ໂຄງການ​ເຂດ​​ເຕັກ​​ໂນໂ​ລຊີ​ສູງ ຮ່ວາຫຼາກ ​ເຊິ່ງ​ທ່ານ​ນາຍົກລັດຖະມົນຕີ ຕົກລົງ​ສ້າງ​ຕັ້ງ​ແຕ່​ປີ 1998 ດ້ວຍ​ເນື້ອ​ທີ​ຕາມ​ແຜນການ​ປະມານ 1.600 ha. ປະຈຸ​ບັນ, ​ເຂດ​​ເຕັກ​ໂນ​ໂລ​ຊີ ດັ່ງກ່າວ​ດຶງ​ດູດ​ໄດ້​ໂຄງ​ການ​ລົງທຶນ​ກວ່າ 70​ໂຄງການ, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ກ່ວນ 56.000 ຕື້​ດົງ. ​ແຕ່​ວ່າ, ​ໃນ​​ໄລຍະ​ຜ່ານ​ມາ, ຍ້ອນ​ຜົນ​ກະທົບ​ຂອງ​ສະພາບ​ເສດຖະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ສະ​ນັ້ນມີ​ບາງ​ໂຄງການ​ບໍ່​ໄດ້​ຮັບການ​ຜັນ​ຂະຫຍາຍ​ຄື​ດັ່ງ​ຄຳ​ໝັ້ນ​ສັນຍາ; ການ​ປະຕິບັດ​ບັນດາ​ໂຄງການ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ… ກ່າວ​ຄຳ​ເຫັນ​ຊີ້​ນຳ​ການ​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ​ແລະ ນະ​ຄອນ​ຮ່າ​ໂນ້ຍ ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 13/08, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໃຫ້​ຮູ້​ວ່າ: ​ແຜນ​ນະ​ໂຍບາຍ​ລົງທຶນ​ກໍ່ສ້າງ​ບາງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ເພື່ອ​ຮັບ​ໃຊ້​ການ​ນຳ​ໃຊ້, ພັດ​ທະ​ນາ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ​ເຂົ້າ​ຮ່ວມກຸ່ມ​ມູນ​ຄ່າ​ເພີ່ມ​ທົ່ວ​ໂລກ​ຂອງ​ສູນ​ກາງ ​ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ຖືກຕ້ອງ. ບົນ​ຈິດ​ໃຈ​ລວມ​ແມ່ນ​ຕ້ອງຢືດໝັ້ນປະຕິບັດ​ແຜນ​ນະ​ໂຍບາຍ​​, ຊອກ​ຫາ​ທຸກໆ​ວິທີ​ການ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງຄ້າງຄາໃຫ້​ໂຄງການ​ເຂດເຕັກໂນໂລຢີ​ສູງ​ຮ່ວາ​ຫຼາກ, ​ໂຄງການ​ລົງທຶນ​ກໍ່ສ້າງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ